24 ເພາະເລື່ອງນີ້ທຸກໆຄົນທີ່ເທິງແຜ່ນດິນໂລກຈະຮູ້ວ່າ ພຣະຫັດຂອງພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ເທົ່າໃດ ແລະພວກເຈົ້າກໍຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສືບໄປ.”
ເພື່ອປະຊາຊົນຂອງພຣະອົງຈະໄດ້ເຊື່ອຟັງພຣະອົງຕະຫລອດໄປ ເມື່ອພວກເຂົາອາໄສຢູ່ໃນດິນແດນ ທີ່ພຣະອົງໄດ້ມອບໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົານັ້ນ.
ດັ່ງນັ້ນ ປະຊາຊົນທັງໝົດຂອງແຜ່ນດິນໂລກຈຶ່ງຈະຮູ້ວ່າ ພຣະເຈົ້າຢາເວເທົ່ານັ້ນທີ່ເປັນພຣະເຈົ້າແລະບໍ່ມີພະອື່ນອີກ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ບັດນີ້ ຂໍພຣະອົງຊ່ວຍກູ້ເອົາພວກຂ້ານ້ອຍຈາກຊາວອັດຊີເຣຍດ້ວຍເຖີດ ເພື່ອວ່າຊົນຊາດຕ່າງໆໃນໂລກຈະຮູ້ວ່າ ພຣະອົງຊົງເປັນພຣະເຈົ້າຢາເວອົງດຽວເທົ່ານັ້ນ ທີ່ເປັນພຣະເຈົ້າ.”
ນາອາມານພ້ອມທັງຄົນຂອງຕົນໄດ້ກັບຄືນໄປຫາຄົນຂອງພຣະເຈົ້າ ແລະເວົ້າວ່າ, “ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອົງອື່ນ ນອກຈາກພຣະເຈົ້າຂອງຊາດອິດສະຣາເອນ; ສະນັ້ນ ທ່ານເອີຍ ກະລຸນາຮັບເອົາຂອງຂວັນຈາກຂ້າພະເຈົ້າດ້ວຍເຖີດ.”
ຄວາມຮັ່ງມີແລະຊັບສົມບັດທັງໝົດກໍມາຈາກພຣະອົງທັງສິ້ນ; ພຣະອົງປົກປ້ອງຄຸ້ມຄອງສັບພະທຸກສິ່ງດ້ວຍກຳລັງ ແລະຣິດເດດຂອງພຣະອົງເອງ ແລະພຣະອົງບັນດານໃຫ້ຜູ້ໃດຜູ້ໜຶ່ງຍິ່ງໃຫຍ່ແລະເຂັ້ມແຂງໄດ້.
ເຈົ້າເຂັ້ມແຂງເທົ່າກັນກັບເຮົາບໍ? ສຽງເຈົ້າກ້ອງສະໜັ່ນດັ່ງສຽງຂອງເຮົາຫລືບໍ່?
ແຕ່ເພາະພຣະອົງໄດ້ສັນຍາ ພຣະອົງຈຶ່ງຊ່ວຍພວກເພິ່ນໃຫ້ພົ້ນໄພ ເພື່ອສຳແດງໃຫ້ເຫັນເຖິງຣິດທານຸພາບຂອງພຣະອົງ.
ພຣະອົງຊົງຣິດອຳນາດເຫລືອຫລາຍທີ່ສຸດ ກຳລັງຂອງພຣະອົງກໍຍິ່ງໃຫຍ່ຫລາຍແທ້ໆ.
ພຣະເຈົ້າຊົງເປັນທີ່ຢ້ານກົວໃນຊຸມຊົນຂອງພວກບໍຣິສຸດທັງຫຼາຍ ແລະທຸກຄົນກໍຢືນຢູ່ຢ່າງເກງກົວສຸດຂີດຕໍ່ພຣະອົງນັ້ນ.
ເມື່ອຊາວອິດສະຣາເອນໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ ຊຶ່ງພຣະເຈົ້າຢາເວໄດ້ໄຊຊະນະຊາວເອຢິບເຊັ່ນນີ້ ພວກເຂົາຈຶ່ງຢ້ານຢຳພຣະເຈົ້າຢາເວ; ພວກເຂົາຕ່າງກໍມີຄວາມເຊື່ອໃນພຣະເຈົ້າຢາເວ ແລະໃນໂມເຊຜູ້ຮັບໃຊ້ຂອງພຣະອົງດ້ວຍ.
ຂ້າແດ່ພຣະເຈົ້າຢາເວ ພວກເຂົາເສຍຂວັນແລະຢ້ານກົວໃຫຍ່ ເມື່ອພວກເຂົາເຫັນພຣະເດຊານຸພາບ; ພວກເຂົາຢືນຢ່າງສິ້ນທ່າດ້ວຍຄວາມຢ້ານກົວ ຈົນກວ່າປະຊາຊົນຂອງພຣະອົງຜ່ານໄປໄດ້; ຄືປະຊາຊົນທີ່ພຣະອົງປົດປ່ອຍໃຫ້ມີອິດສະຫລະເສລີ ຈາກການເປັນທາດຮັບໃຊ້.
ໂມເຊຈຶ່ງໄດ້ກ່າວຕໍ່ປະຊາຊົນວ່າ, “ຢ່າຢ້ານເລີຍ ພຣະເຈົ້າໄດ້ມາພຽງເພື່ອທົດສອບເບິ່ງພວກເຈົ້າ ແລະເຮັດໃຫ້ພວກເຈົ້າສືບຕໍ່ຢຳເກງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ.”
ແຕ່ທີ່ເຮົາໃຫ້ເຈົ້າຍັງມີຊີວິດຢູ່ນີ້ ກໍເພື່ອໃຫ້ເຈົ້າໄດ້ເຫັນຣິດອຳນາດຂອງເຮົາ ແລະໃຫ້ນາມຊື່ຂອງເຮົາແຜ່ຂະຫຍາຍໄປທົ່ວເທິງແຜ່ນດິນໂລກ.
ພຣະເຈົ້າຢາເວຈະໃຊ້ຣິດທານຸພາບອັນສັກສິດ ຕໍ່ສາຍຕາປະຊາຊົນຂອງທຸກໆຊົນຊາດ ພຣະອົງຈະຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນໄພ ໝົດທັງໂລກຈະໄດ້ເຫັນຄວາມພົ້ນແຫ່ງພຣະເຈົ້າຂອງພວກເຮົາ.
ເຮົາຈະເຮັດພັນທະສັນຍາອັນຖາວອນກັບພວກເຂົາ. ເຮົາຈະບໍ່ຢຸດຢັ້ງທີ່ຈະເຮັດສິ່ງທີ່ດີສຳລັບພວກເຂົາ ແລະເຮົາກໍຈະເຮັດໃຫ້ພວກເຂົາຢຳເກງເຮົາດ້ວຍໝົດຈິດໝົດໃຈ ເພື່ອວ່າພວກເຂົາຈະບໍ່ໄດ້ຫັນໜີໄປຈາກເຮົາ.
ແລ້ວທຸກຊົນຊາດເທິງແຜ່ນດິນໂລກກໍຈະເຫັນວ່າ ພວກເຈົ້າເປັນທີ່ເອີ້ນໂດຍນາມຊື່ພຣະເຈົ້າຢາເວ ແລະພວກເຂົາຈະຢ້ານກົວພວກເຈົ້າ.
ເພື່ອພວກເຈົ້າແລະເຊື້ອສາຍຂອງພວກເຈົ້າ ຈະໄດ້ຢຳເກງໃຫ້ກຽດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະເຊື່ອຟັງກົດບັນຍັດທຸກຂໍ້ທີ່ຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າ ເພື່ອພວກເຈົ້າຈະມີຊີວິດຢູ່ຍືນຍາວໃນດິນແດນນັ້ນ.
ມື້ນີ້ແຫລະ ພຣະເຈົ້າຢາເວຈະມອບເຈົ້າໄວ້ໃນກຳມືຂອງຂ້ອຍ, ຂ້ອຍຈະຊະນະເຈົ້າ ແລະຕັດຫົວຂອງເຈົ້າ. ສ່ວນຊາກສົບຂອງພວກທະຫານຟີລິດສະຕິນນັ້ນ ຂ້ອຍຈະເອົາໃຫ້ນົກ ແລະສັດປ່າກິນ. ແລ້ວທົ່ວທັງໂລກກໍຈະຮູ້ວ່າຊາດອິດສະຣາເອນມີພຣະເຈົ້າ