22 ໃຫ້ພວກເຈົ້າບອກພວກເຂົາເຖິງເວລາທີ່ຊາວອິດສະຣາເອນ ໄດ້ຂ້າມແມ່ນໍ້າຈໍແດນເທິງພື້ນດິນແຫ້ງ.
ແລະຊາວອິດສະຣາເອນໄດ້ຍ່າງເທິງພື້ນດິນແຫ້ງຜ່ານຂ້າມໄປ ໂດຍມີນໍ້າຂັ້ນທັງສອງຂ້າງເໝືອນກຳແພງ.
ສ່ວນຊາວອິດສະຣາເອນນັ້ນກໍໄດ້ຍ່າງໄປເທິງພື້ນດິນແຫ້ງຢ່າງປອດໄພຄື: ບ່ອນມີນໍ້າຂັ້ນທັງສອງຂ້າງດັ່ງກຳແພງ.
ເມື່ອທະຫານມ້າກັບລົດຮົບພ້ອມຄົນຂັບຊາວເອຢິບ ໄດ້ແລ່ນລົງໄປໃນທະເລນັ້ນ ພຣະເຈົ້າຢາເວໄດ້ບັນດານໃຫ້ນໍ້າໄຫລຄືນເຂົ້າກັນ ແລະຖ້ວມພວກເຂົາ, ແຕ່ສຳລັບຊາວອິດສະຣາເອນ ພວກເຂົາໄດ້ຍ່າງຂ້າມເທິງໜ້າດິນແຫ້ງໃນພື້ນທະເລໄປຢ່າງປອດໄພ.
ເຮົາສັ່ງພື້ນນໍ້າບ່ອນເລິກສຸດຂອງທ້ອງທະເລວ່າ, ‘ໃຫ້ນໍ້າແຫ້ງໄປໝົດແລະປະດິນແຫ້ງໄວ້.’
ແມ່ນພຣະອົງຄືກັນທີ່ໄດ້ເຮັດໃຫ້ທະເລແຫ້ງລົງ ແລະໄດ້ເຮັດທາງຍ່າງຜ່ານທ້ອງທະເລໄປໄດ້ ເພື່ອວ່າປະຊາຊົນທີ່ພຣະອົງຊົງໄຖ່ ຈະຍ່າງຂ້າມໄປໃຫ້ຫວິດໄພອັນຕະລາຍໄດ້.
ທັນໃດນັ້ນ ນໍ້າທີ່ໄຫລມາຈາກທາງເໜືອກໍຢຸດໄຫລແລະໂຮມເຂົ້າກັນທີ່ເມືອງອາດາມ ຢູ່ໃກ້ກັບເມືອງຊາເຣທານ ສາຍນໍ້າທີ່ໄຫລລົງສູ່ທະເລຕາຍຖືກຕັດຂາດໝົດກ້ຽງ ແລະປະຊາຊົນຈຶ່ງສາມາດຂ້າມນໍ້າໄປໃກ້ກັບເມືອງເຢຣິໂກໄດ້.
ໃນຂະນະທີ່ພວກເຂົາຍ່າງຂ້າມດິນແຫ້ງໄປນັ້ນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ກໍຢືນຢູ່ເທິງດິນແຫ້ງກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນທຸກຄົນຂ້າມໄປຫວິດໝົດແລ້ວ.
ເພິ່ນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ໃນອະນາຄົດເມື່ອພວກລູກຫລານຖາມວ່າຫີນນີ້ໝາຍເຖິງຫຍັງ?
ແລ້ວເທວະດາຕົນທີຫົກ ກໍໄດ້ຖອກຂັນຂອງຕົນໃສ່ແມ່ນໍ້າໃຫຍ່ເອີຟຣັດ ແມ່ນໍ້ານັ້ນໄດ້ແຫ້ງໄປ ເພື່ອຕຽມຫົນທາງໄວ້ໃຫ້ບັນດາກະສັດ ທີ່ມາຈາກທິດຕາເວັນອອກ.