21 ເພິ່ນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ໃນອະນາຄົດເມື່ອພວກລູກຫລານຖາມວ່າຫີນນີ້ໝາຍເຖິງຫຍັງ?
ຕໍ່ໄປພາຍໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ການເຮັດແບບນີ້ໝາຍຄວາມວ່າຢ່າງໃດ?’ ກໍໃຫ້ພວກເຈົ້າບອກພວກເຂົາວ່າ, ‘ດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວ ພຣະອົງໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ ບ່ອນທີ່ພວກເຮົາເຄີຍຕົກເປັນທາດຮັບໃຊ້.
ສ່ວນໂຢຊວຍກໍໄດ້ເອົາຫີນສິບສອງກ້ອນ ທີ່ນຳຂຶ້ນມາແຕ່ແມ່ນໍ້າຈໍແດນຕັ້ງໄວ້ຢູ່ທີ່ນັ້ນ.
ໃຫ້ພວກເຈົ້າບອກພວກເຂົາເຖິງເວລາທີ່ຊາວອິດສະຣາເອນ ໄດ້ຂ້າມແມ່ນໍ້າຈໍແດນເທິງພື້ນດິນແຫ້ງ.
ກ້ອນຫີນເຫຼົ່ານີ້ຈະເປັນໝາຍສຳຄັນໃຫ້ປະຊາຊົນຮູ້ເຖິງສິ່ງທີ່ພຣະອົງໄດ້ກະທຳ ໃນພາຍຄັ້ງໜ້າ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ກ້ອນຫີນເຫຼົ່ານີ້ມີຄວາມໝາຍຢ່າງໃດຕໍ່ພວກເຈົ້າ?’