20 ສ່ວນໂຢຊວຍກໍໄດ້ເອົາຫີນສິບສອງກ້ອນ ທີ່ນຳຂຶ້ນມາແຕ່ແມ່ນໍ້າຈໍແດນຕັ້ງໄວ້ຢູ່ທີ່ນັ້ນ.
ເພິ່ນໄດ້ກ່າວແກ່ປະຊາຊົນອິດສະຣາເອນວ່າ, “ໃນອະນາຄົດເມື່ອພວກລູກຫລານຖາມວ່າຫີນນີ້ໝາຍເຖິງຫຍັງ?
ແລະສັ່ງພວກເຂົາໃຫ້ຍົກເອົາຫີນສິບສອງກ້ອນຈາກແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຢືນຢູ່ນັ້ນ ແລະຂົນໄປວາງໄວ້ໃນບ່ອນທີ່ເຈົ້າຈະຕັ້ງຄ້າຍພັກຄືນນີ້.”
ຄົນເຫຼົ່ານັ້ນກໍເຮັດຕາມຄຳສັ່ງຂອງໂຢຊວຍ. ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂຢຊວຍນັ້ນ ພວກເຂົາໄດ້ແບກເອົາຫີນສິບສອງກ້ອນຈາກກາງແມ່ນໍ້າຈໍແດນ ຄືກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ ນຳໄປວາງໄວ້ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກ.