Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:19 - ພຣະຄຳພີສັກສິ

19 ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:19
18 Jak'a apnaqawi uñst'ayäwi  

ເວລາ​ທີ່​ພຣະເຈົ້າຢາເວ​ໄດ້​ຮັບ​ເອົາ​ເອລີຢາ​ຂຶ້ນ​ສູ່​ສະຫວັນ​ດ້ວຍ​ລົມພະຍຸ​ນັ້ນ ເອລີຢາ ແລະ ເອລີຊາ​ໄດ້​ເດີນທາງ​ອອກ​ຈາກ​ເມືອງ​ກິນການ.


“ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ໄປ​ໃນ​ສະຖານທີ່​ສັກສິດ​ທີ່​ເມືອງ​ເບັດເອນ ແລະ​ເຮັດ​ບາບ​ໃຫ້​ຫລາຍ​ຂຶ້ນ​ໃນ​ທີ່ນັ້ນ​ສາ ຈົ່ງ​ໄປ​ເຮັດ​ບາບ​ດ້ວຍ​ສຸດ​ກຳລັງ​ທີ່​ເມືອງ​ກິນການ​ເຖີດ ຈົ່ງ​ໄປ​ສາ​ແລະ​ນຳ​ສັດ​ໄປ​ຖວາຍ​ເຊົ້າແລ້ວ​ເຊົ້າ​ອີກ ແລະ​ໃນ​ທຸກ​ສາມ​ວັນ​ໃດ ໃຫ້​ນຳ​ໜຶ່ງສ່ວນສິບ​ໄປ​ຖວາຍ​ດ້ວຍ.


ຢ່າ​ສູ່​ໄປ​ນະມັດສະການ​ທີ່​ເມືອງ​ເບເອນເຊບາ. ຢ່າ​ສູ່​ພະຍາຍາມ​ໄປ​ຊອກຫາ​ເຮົາ​ທີ່​ເບັດເອນ ເພາະວ່າ​ເບັດເອນ​ຈະ​ບໍ່ມີ​ຫຍັງ​ໝົດ. ຢ່າ​ສູ່​ໄປ​ເມືອງ​ກິນການ ເພາະ​ຊາວ​ເມືອງ​ຈະ​ໄດ້​ຮັບ​ເຄາະກຳ ຄື​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບເອັດ​ໃນ​ປີ​ທີ​ສີ່ສິບ ຫລັງຈາກ​ຊາວ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ ໂມເຊ​ໄດ້​ບອກ​ປະຊາຊົນ​ອິດສະຣາເອນ​ທຸກໆ​ສິ່ງ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ເພິ່ນ​ໃຫ້​ພວກເຂົາ​ປະຕິບັດ.


ພູ​ສອງ​ໜ່ວຍ​ນີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃນ​ເຂດແດນ​ຂອງ​ຊາວ​ການາອານ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຈໍແດນ. ມັນ​ລ່ວງ​ເລີຍ​ໄປ​ທາງ​ດ້ານ​ຕາເວັນຕົກ ບໍ່​ໄກ​ຈາກ​ຕົ້ນໄມ້​ສັກສິດ​ໂມເຣ​ແລະ​ໃກ້​ກັບ​ເມືອງ​ກິນການ.)


ແລ້ວ​ໂຢຊວຍ​ແລະ​ພວກ​ທະຫານ​ຂອງຕົນ ກໍໄດ້​ກັບຄືນ​ເມືອ​ຄ້າຍພັກ​ທີ່​ກິນການ.


ຊາວ​ກີເບໂອນ​ຈຶ່ງ​ໄດ້​ຟ້າວ​ສົ່ງ​ຄົນ​ໄປ​ຫາ​ໂຢຊວຍ ທີ່​ຄ້າຍພັກ​ໃນ​ເມືອງ​ກິນການ​ວ່າ, “ທ່ານເອີຍ ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ຢູ່​ຕາມ​ເນີນພູ​ຂອງ​ດິນແດນ​ນີ້ ໄດ້​ພາກັນ​ມາ​ຕໍ່ສູ້​ພວກ​ຂ້ານ້ອຍ. ຈົ່ງ​ຟ້າວ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”


ແຕ່​ຮ່ອມພູ​ອາໂຄ​ຂຶ້ນ​ໄປ​ຈົນເຖິງ​ເດບີ ແລະ​ລ້ຽວ​ໄປ​ທາງເໜືອ​ຮອດ​ກິນການ ທີ່​ຫັນ​ໜ້າ​ໃສ່​ຊ່ອງແຄບ​ອາດຸມມິມ​ທາງ​ເບື້ອງໃຕ້​ຂອງ​ຮ່ອມພູ. ແລ້ວ​ດິນແດນ​ນີ້​ກໍ​ຜ່ານ​ໄປ​ຈົນເຖິງ​ນໍ້າພຸ​ເອນເຊເມດ ອອກ​ໄປ​ທີ່​ເອນໂຣເກນ


ແລ້ວ​ພວກເຈົ້າ​ກໍໄດ້​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ສູ່​ເມືອງ​ເຢຣິໂກ. ຊາວ​ເມືອງ​ເຢຣິໂກ​ໄດ້​ຕໍ່ສູ້​ພວກເຈົ້າ​ແລະ​ຍັງ​ມີ​ພວກ​ອື່ນ​ອີກ​ທີ່​ຕໍ່ສູ້​ພວກເຈົ້າ ເຊັ່ນ: ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ກີກາຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ, ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄດ້​ໄຊຊະນະ​ພວກເຂົາ​ທັງໝົດ.


ເມື່ອ​ພວກ​ປະໂຣຫິດ​ທີ່ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຂຶ້ນ​ມາ​ຮອດ​ຕາຝັ່ງ​ແລ້ວ ນໍ້າ​ກໍໄດ້​ໄຫລ​ເຂົ້າ​ກັນ​ຖ້ວມ​ເຕັມ​ຕາຝັ່ງ​ອີກ​ຄື​ເກົ່າ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ວັນນີ້ ເຮົາ​ໄດ້​ໃຫ້​ພວກເຈົ້າ​ພົ້ນ​ຈາກ​ຄວາມ​ອັບອາຍ ຈາກ​ການ​ເປັນ​ຄົນ​ຮັບໃຊ້​ທີ່​ປະເທດ​ເອຢິບ.” ດ້ວຍເຫດນີ້ ບ່ອນ​ນັ້ນ​ຈຶ່ງ​ເອີ້ນ​ວ່າ ກິນການ ຈົນເຖິງ​ທຸກ​ວັນນີ້.


ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ ທີ່​ຄ້າຍພັກ​ຂອງ​ເມືອງ​ກິນການ ແລະ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ເດີນທາງ​ມາ​ຈາກ​ດິນແດນ​ໄກ ແລະ​ຢາກ​ເຮັດ​ຂໍ້​ຕົກລົງ​ກັບ​ພວກທ່ານ.”


ເຈົ້າ​ຈະ​ໄປ​ທີ່​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກິນການ​ກ່ອນ​ຂ້ອຍ ແລະ​ຂ້ອຍ​ຈະ​ໄປ​ພົບ​ເຈົ້າ​ຢູ່​ທີ່​ນັ້ນ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ກັບ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຈົ່ງ​ຄອຍຖ້າ​ຢູ່​ທີ່​ນັ້ນ​ເຈັດ​ວັນ ຈົນກວ່າ​ຂ້ອຍ​ຈະ​ມາ ແລະ​ບອກ​ເຈົ້າ​ວ່າ​ຄວນ​ເຮັດ​ຢ່າງໃດ.”


ຊາມູເອນ​ກ່າວ​ວ່າ, “ດາບ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່​ຫລາຍ​ຄົນ​ຕ້ອງ​ສູນເສຍ​ລູກ​ຂອງຕົນ; ດັ່ງນັ້ນ ແມ່​ຂອງເຈົ້າ​ຈະ​ຕ້ອງ​ສູນເສຍ​ລູກ​ໄປ​ເໝືອນກັນ.” ແລ້ວ​ຊາມູເອນ​ກໍ​ຂ້າ​ເຈົ້າ​ອາກາ ແລະ​ຕັດ​ເປັນ​ຕ່ອນໆ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ກິນການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka