Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:18 - ພຣະຄຳພີສັກສິ

18 ເມື່ອ​ພວກ​ປະໂຣຫິດ​ທີ່ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຂຶ້ນ​ມາ​ຮອດ​ຕາຝັ່ງ​ແລ້ວ ນໍ້າ​ກໍໄດ້​ໄຫລ​ເຂົ້າ​ກັນ​ຖ້ວມ​ເຕັມ​ຕາຝັ່ງ​ອີກ​ຄື​ເກົ່າ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:18
8 Jak'a apnaqawi uñst'ayäwi  

ໃນ​ເດືອນ​ທຳອິດ​ຂອງ​ປີ​ໜຶ່ງ ເມື່ອ​ນໍ້າ​ຂຶ້ນ​ເຕັມ​ຝັ່ງ​ຂອງ​ແມ່ນໍ້າ​ຈໍແດນ ພວກເຂົາ​ໄດ້​ຂ້າມ​ແມ່ນໍ້າ​ໄປ​ຂັບໄລ່​ປະຊາຊົນ ຜູ້​ທີ່​ໄດ້​ອາໄສ​ຢູ່​ທາງ​ຝັ່ງ​ຕາເວັນອອກ​ແລະ​ຕາເວັນຕົກ​ໃຫ້​ກະຈັດ​ກະຈາຍ​ໄປ.


ທະຫານ​ອັດຊີເຣຍ​ຈະ​ບຸກໂຈມຕີ​ຢູດາຍ​ດັ່ງ​ຖືກ​ກະແສ​ນໍ້າ​ພັດ ແລະ​ຖ້ວມ​ບ່າໄຫລ່​ສູງ​ຂຶ້ນ​ໄປ​ຈົນ​ປົກຄຸມ​ເອົາ​ໝົດ​ທຸກສິ່ງ.” ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຮົາ ປີກ​ຂອງ​ພຣະອົງ​ພື​ອອກ​ເພື່ອ​ປົກປ້ອງ​ດິນແດນ​ໄວ້.


ເມື່ອ​ພວກ​ປະໂຣຫິດ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ ແຫ່ງ​ແຜ່ນດິນ​ໂລກ ຈຸ່ມຕີນ​ລົງ​ໃນ​ແມ່ນໍ້າ​ຈໍແດນ ແລະ​ແມ່ນໍ້າ​ຈໍແດນ​ທີ່​ໄຫລ​ລົງ​ມາ​ແຕ່​ທາງເໜືອ​ກໍ​ຈະ​ຢຸດ​ໄຫລ​ໂຮມ​ກັນ​ຢູ່​ບ່ອນດຽວ.”


ເມື່ອ​ທຸກຄົນ​ໄດ້​ຂ້າມ​ໄປ​ເຖິງ​ຝັ່ງ​ໝົດແລ້ວ ພວກ​ປະໂຣຫິດ​ພ້ອມ​ດ້ວຍ​ຫີບ​ຂອງ​ພຣະເຈົ້າຢາເວ ກໍ​ອອກ​ນຳ​ໜ້າ​ປະຊາຊົນ​ໄປ.


ໂຢຊວຍ​ກໍໄດ້​ປະຕິບັດ​ຕາມ.


ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka