Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:14 - ພຣະຄຳພີສັກສິ

14 ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:14
14 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.


ພວກ​ຜູ້ທຳນວາຍ​ຫ້າສິບ​ຄົນ ຈາກ​ເມືອງ​ເຢຣິໂກ​ເຫັນ​ເພິ່ນ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຣິດອຳນາດ​ຂອງ​ເອລີຢາ​ໄດ້​ຢູ່​ກັບ​ເອລີຊາ​ແລ້ວ.” ພວກນັ້ນ​ໄດ້​ເຂົ້າ​ໄປ​ຫາ​ເພິ່ນ ແລະ​ກົ້ມ​ຂາບລົງ


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊົນຊາດ​ທັງໝົດ​ເກງກົວ​ກະສັດ​ໂຊໂລໂມນ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ເພິ່ນ​ມີ​ກຽດ​ຍິ່ງໃຫຍ່​ກວ່າ​ກະສັດ​ໃດໆ​ທີ່​ປົກຄອງ​ປະເທດ​ອິດສະຣາເອນ.


ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກ​ຢູດາ​ເຊັ່ນກັນ ແລະ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕັ້ງໃຈ​ເຮັດ​ຕາມ​ພຣະປະສົງ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຄົນ​ເອຢິບ​ຢຳເກງ​ຄົນ​ອິດສະຣາເອນ. ແທ້ຈິງ​ແລ້ວ ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ທັງໝົດ​ຕ່າງ​ກໍ​ຍອມ​ຮັບ​ວ່າ ໂມເຊ​ເປັນ​ບຸລຸດ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໄຊ​ຊະນະ​ຊາວ​ເອຢິບ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ຢ້ານຢຳ​ພຣະເຈົ້າຢາເວ; ພວກເຂົາ​ຕ່າງ​ກໍ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ແລະ​ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ລູກ​ເອີຍ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ໃຫ້ກຽດ​ແກ່​ກະສັດ. ຢ່າ​ມີ​ສ່ວນ​ໃນ​ພວກ​ທີ່​ກະບົດ​ຕໍ່​ພວກເພິ່ນ,


ເພາະ​ຜູ້ປົກຄອງ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ເກີດຜົນ​ປະໂຫຍດ​ສຳລັບ​ເຈົ້າ, ແຕ່​ຖ້າ​ເຈົ້າ​ເຮັດ​ການ​ຊົ່ວ ເຈົ້າ​ຈົ່ງ​ຢ້ານ​ເພິ່ນ ເພາະ​ຜູ້ປົກຄອງ​ນັ້ນ ບໍ່ໄດ້​ຖື​ດາບ​ໄວ້​ລ້າໆ, ແຕ່​ເພິ່ນ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ດຳເນີນ​ການ​ຕັດສິນ​ລົງໂທດ​ແກ່​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ.


ພວກເພິ່ນ​ໄດ້​ຮັບ​ບັບຕິສະມາ​ໃນ​ເມກ ແລະ​ໃນ​ທະເລ​ຮ່ວມ​ກັບ​ໂມເຊ​ທຸກຄົນ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ສິ່ງ​ທີ່​ເຮົາ​ກະທຳ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້ກຽດ​ແກ່​ເຈົ້າ ວ່າ​ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ ແລະ​ພວກເຂົາ​ຈະ​ຮູ້​ວ່າ ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ເໝືອນດັ່ງ​ທີ່​ໄດ້​ຢູ່​ນຳ​ໂມເຊ.


ຊ້ອງໜ້າ​ພຣະເຈົ້າຢາເວ ມີ​ຊາຍ​ທັງໝົດ​ປະມານ​ສີ່ສິບ​ພັນ​ຄົນ​ທີ່​ຕຽມພ້ອມ​ເຮັດ​ເສິກ ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບພຽງ​ໃກ້​ເມືອງ​ເຢຣິໂກ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂຢຊວຍ


ດັ່ງນັ້ນ ຊາມູເອນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ໃນ​ມື້​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຕົກ. ແລ້ວ​ປະຊາຊົນ​ທຸກຄົນ​ກໍ​ເກີດ​ຢ້ານກົວ​ພຣະເຈົ້າຢາເວ ແລະ ຊາມູເອນ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka