Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:13 - ພຣະຄຳພີສັກສິ

13 ຊ້ອງໜ້າ​ພຣະເຈົ້າຢາເວ ມີ​ຊາຍ​ທັງໝົດ​ປະມານ​ສີ່ສິບ​ພັນ​ຄົນ​ທີ່​ຕຽມພ້ອມ​ເຮັດ​ເສິກ ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບພຽງ​ໃກ້​ເມືອງ​ເຢຣິໂກ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:13
11 Jak'a apnaqawi uñst'ayäwi  

ແຕ່​ກອງທັບ​ບາບີໂລນ​ໄດ້​ໄລ່​ຕາມ​ກະສັດ​ເຊເດກີຢາ​ໄປ ແລະ​ຈັບ​ເພິ່ນ​ໄດ້​ໃນ​ທົ່ງນາ​ໃກ້​ກັບ​ເມືອງ​ເຢຣິໂກ; ສ່ວນ​ພວກ​ທະຫານ​ຕ່າງ​ກໍໄດ້​ໜີ​ປະ​ເພິ່ນ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.


ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.


ແຕ່​ກອງທັບ​ບາບີໂລນ​ໄດ້​ໄລ່ຕາມ​ໄປ​ທັນ​ກະສັດ​ເຊເດກີຢາ ແລະ​ຈັບ​ເພິ່ນ​ໄດ້​ຢູ່​ທີ່​ທົ່ງພຽງ​ໃກ້​ເມືອງ​ເຢຣິໂກ ແລະ​ທະຫານ​ກໍ​ແຕກ​ໜີ​ປະ​ເພິ່ນ​ໄປ​ໝົດ.


ແລ້ວ​ພວກເຮົາ​ກໍ​ພ້ອມ​ທີ່​ຈະ​ໄປ​ກັບ​ພວກ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ເຂົ້າ​ສູ່​ສະໜາມຮົບ ແລະ​ນຳພາ​ບຸກໂຈມຕີ​ຂ້າ​ເສິກ ຈົນກວ່າ​ພວກເຂົາ​ຈະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ. ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ຂອງ​ພວກເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ ແລະ​ປອດໄພ​ຈາກ​ປະຊາຊົນ​ໃນ​ດິນແດນ​ນີ້.


ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ ຊຶ່ງ​ພຣະເຈົ້າ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.


ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ໃຫ້​ຄຳແນະນຳ​ພວກເຂົາ​ດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເຂດແດນ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ໃຫ້​ພວກເຈົ້າ​ຢຶດຄອງ. ບັດນີ້ ຈົ່ງ​ປະກອບ​ອາວຸດ​ໃຫ້​ພວກ​ນັກຮົບ​ຂອງ​ພວກເຈົ້າ ແລະ​ໃຊ້​ພວກເຂົາ​ໃຫ້​ຂ້າມ​ແມ່ນໍ້າ​ຈໍແດນ ອອກ​ໜ້າ​ເຜົ່າ​ອື່ນໆ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ໄປ​ຊ່ວຍ​ຢຶດຄອງ​ດິນແດນ​ໃຫ້​ພວກເຂົາ.


ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.


ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka