Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:12 - ພຣະຄຳພີສັກສິ

12 ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:12
9 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະອົງ​ຈຶ່ງ​ນຳ​ພວກເຂົາ​ອ້ອມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ມຸ້ງໜ້າ​ໄປ​ສູ່​ທະເລແດງ. ຊາວ​ອິດສະຣາເອນ​ຕ່າງ​ກໍ​ມີ​ອາວຸດ​ຄົບມື​ເພື່ອ​ຕຽມ​ສູ້ຮົບ.


ແລ້ວ​ພວກເຮົາ​ກໍ​ພ້ອມ​ທີ່​ຈະ​ໄປ​ກັບ​ພວກ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ເຂົ້າ​ສູ່​ສະໜາມຮົບ ແລະ​ນຳພາ​ບຸກໂຈມຕີ​ຂ້າ​ເສິກ ຈົນກວ່າ​ພວກເຂົາ​ຈະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ພວກເຂົາ. ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ຂອງ​ພວກເຮົາ​ກໍ​ຈະ​ໄດ້​ຢູ່​ໃນ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ ແລະ​ປອດໄພ​ຈາກ​ປະຊາຊົນ​ໃນ​ດິນແດນ​ນີ້.


ໃນ​ເວລາ​ດຽວກັນ​ນັ້ນ ຂ້າພະເຈົ້າ​ໄດ້​ໃຫ້​ຄຳແນະນຳ​ພວກເຂົາ​ດັ່ງນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ມອບ​ເຂດແດນ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນີ້​ໃຫ້​ພວກເຈົ້າ​ຢຶດຄອງ. ບັດນີ້ ຈົ່ງ​ປະກອບ​ອາວຸດ​ໃຫ້​ພວກ​ນັກຮົບ​ຂອງ​ພວກເຈົ້າ ແລະ​ໃຊ້​ພວກເຂົາ​ໃຫ້​ຂ້າມ​ແມ່ນໍ້າ​ຈໍແດນ ອອກ​ໜ້າ​ເຜົ່າ​ອື່ນໆ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ໄປ​ຊ່ວຍ​ຢຶດຄອງ​ດິນແດນ​ໃຫ້​ພວກເຂົາ.


ລາວ​ໄດ້​ເລືອກ​ສັນ​ເອົາ​ດິນແດນ​ທີ່​ດີ​ຍິ່ງ​ໄວ້ ສິ່ງ​ທີ່​ເປັນ​ຂອງ​ຫົວໜ້າ​ກໍໄດ້​ມອບ​ໃຫ້​ພວກເຂົາ. ພວກເຂົາ​ໄດ້​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ແລະ​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ເມື່ອ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ ໄດ້​ມາ​ເຕົ້າ​ຮ່ວມ​ກັນ​ຄົບໜ້າ.”


ລູກ ເມຍ​ກັບ​ຝູງ​ສັດ​ລ້ຽງ​ຂອງ​ພວກເຈົ້າ​ຈະ​ພັກ​ຢູ່​ທີ່​ນີ້ ສ່ວນ​ທະຫານ​ທີ່​ປະກອບ​ອາວຸດ​ເພື່ອ​ອອກ​ຮົບ​ນັ້ນ ພວກເຂົາ​ຈະ​ຂ້າມ​ແມ່ນໍ້າ​ອອກ​ນຳໜ້າ​ບັນດາ​ພີ່ນ້ອງ​ຊາວ​ອິດສະຣາເອນ​ເພື່ອ​ຊ່ວຍ​ພວກເຂົາ


ເມື່ອ​ທຸກຄົນ​ໄດ້​ຂ້າມ​ໄປ​ເຖິງ​ຝັ່ງ​ໝົດແລ້ວ ພວກ​ປະໂຣຫິດ​ພ້ອມ​ດ້ວຍ​ຫີບ​ຂອງ​ພຣະເຈົ້າຢາເວ ກໍ​ອອກ​ນຳ​ໜ້າ​ປະຊາຊົນ​ໄປ.


ຊ້ອງໜ້າ​ພຣະເຈົ້າຢາເວ ມີ​ຊາຍ​ທັງໝົດ​ປະມານ​ສີ່ສິບ​ພັນ​ຄົນ​ທີ່​ຕຽມພ້ອມ​ເຮັດ​ເສິກ ໄດ້​ຂ້າມ​ໄປ​ສູ່​ທົ່ງ​ຮາບພຽງ​ໃກ້​ເມືອງ​ເຢຣິໂກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka