Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:11 - ພຣະຄຳພີສັກສິ

11 ເມື່ອ​ທຸກຄົນ​ໄດ້​ຂ້າມ​ໄປ​ເຖິງ​ຝັ່ງ​ໝົດແລ້ວ ພວກ​ປະໂຣຫິດ​ພ້ອມ​ດ້ວຍ​ຫີບ​ຂອງ​ພຣະເຈົ້າຢາເວ ກໍ​ອອກ​ນຳ​ໜ້າ​ປະຊາຊົນ​ໄປ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:11
7 Jak'a apnaqawi uñst'ayäwi  

ເທື່ອ​ນີ້​ບໍ່​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ອອກ​ໄປ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປົບໜີໄປ​ດອກ ພຣະເຈົ້າຢາເວ​ຈະ​ນຳໜ້າ​ອອກ​ໄປ ພຣະອົງ​ຈະ​ປົກປັກ​ຮັກສາ​ພວກເຈົ້າ​ຮອບດ້ານ.


ແລ້ວ​ພວກເຈົ້າ​ກໍໄດ້​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ສູ່​ເມືອງ​ເຢຣິໂກ. ຊາວ​ເມືອງ​ເຢຣິໂກ​ໄດ້​ຕໍ່ສູ້​ພວກເຈົ້າ​ແລະ​ຍັງ​ມີ​ພວກ​ອື່ນ​ອີກ​ທີ່​ຕໍ່ສູ້​ພວກເຈົ້າ ເຊັ່ນ: ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ກີກາຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ, ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄດ້​ໄຊຊະນະ​ພວກເຂົາ​ທັງໝົດ.


ໃນ​ຂະນະທີ່​ພວກເຂົາ​ຍ່າງ​ຂ້າມ​ດິນ​ແຫ້ງ​ໄປ​ນັ້ນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ກໍ​ຢືນ​ຢູ່​ເທິງ​ດິນ​ແຫ້ງ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ທຸກຄົນ​ຂ້າມ​ໄປ​ຫວິດ​ໝົດແລ້ວ.


ດັ່ງນັ້ນ ເຈົ້າ​ຈົ່ງ​ສັ່ງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ນັ້ນ​ວ່າ ເມື່ອ​ໄປ​ຮອດ​ແມ່ນໍ້າ​ຈໍແດນ​ແລ້ວ ໃຫ້​ຢຸດ​ຢູ່​ໃນ​ນໍ້າ​ໃກ້ໆ​ກັບ​ຕາຝັ່ງ​ສາກ່ອນ.”


ພວກ​ປະໂຣຫິດ​ຢືນ​ຢູ່​ໃນ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ກະທຳ​ທຸກສິ່ງ​ສຳເລັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຂົາ​ຜ່ານ​ທາງ​ໂຢຊວຍ. ເລື່ອງ​ນີ້​ແມ່ນ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ປະຊາຊົນ​ຈຶ່ງ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ.


ສ່ວນ​ພວກ​ຜູ້ຊາຍ​ໃນ​ເຜົ່າ​ຣູເບັນ, ເຜົ່າກາດ ແລະ​ເຜົ່າ​ມານາເຊ​ເຄິ່ງເຜົ່າ​ທີ່​ຕຽມພ້ອມ​ໃນ​ການ​ສູ້ຮົບ ກໍໄດ້​ຂ້າມ​ແມ່ນໍ້າ​ໄປ​ກ່ອນ​ໝູ່​ຕາມ​ທີ່​ໂມເຊ​ໄດ້​ສັ່ງ.


ເມື່ອ​ພວກ​ປະໂຣຫິດ​ທີ່ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຂຶ້ນ​ມາ​ຮອດ​ຕາຝັ່ງ​ແລ້ວ ນໍ້າ​ກໍໄດ້​ໄຫລ​ເຂົ້າ​ກັນ​ຖ້ວມ​ເຕັມ​ຕາຝັ່ງ​ອີກ​ຄື​ເກົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka