Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 4:10 - ພຣະຄຳພີສັກສິ

10 ພວກ​ປະໂຣຫິດ​ຢືນ​ຢູ່​ໃນ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ກະທຳ​ທຸກສິ່ງ​ສຳເລັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຂົາ​ຜ່ານ​ທາງ​ໂຢຊວຍ. ເລື່ອງ​ນີ້​ແມ່ນ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ປະຊາຊົນ​ຈຶ່ງ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ.

Uka jalj uñjjattʼäta Copia luraña




ໂຢຊວຍ 4:10
14 Jak'a apnaqawi uñst'ayäwi  

ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ພວກເຂົາ​ໄດ້​ເອົາ​ກ້ອນ​ເຂົ້າຈີ່​ດິບ​ທີ່​ນຳ​ມາ​ຈາກ​ປະເທດ​ເອຢິບ ຊຶ່ງ​ຍັງ​ບໍ່​ທັນ​ໃສ່​ເຊື້ອແປ້ງ​ເທື່ອນັ້ນ ປີ້ງ​ກິນ​ເປັນ​ອາຫານ. ຍ້ອນ​ວ່າ​ພວກເຂົາ​ຖືກ​ຂັບໄລ່​ໃຫ້​ອອກ​ຈາກ​ປະເທດ​ເອຢິບ​ຢ່າງ​ກະທັນຫັນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ຕຽມ​ອາຫານ ຫລື​ເຮັດ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໄວ້​ກິນ.


ຢ່າ​ອວດ​ເຖິງ​ເລື່ອງ​ຂອງ​ມື້ອື່ນ ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແຕ່ລະວັນ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’


ເພາະ​ພຣະອົງ​ຊົງ​ກ່າວ​ວ່າ, “ໃນ​ຄາວ​ແຫ່ງ​ຄວາມ​ກະລຸນາ ເຮົາ​ໄດ້​ຟັງ​ເຈົ້າ ໃນ​ວັນ​ແຫ່ງ​ຄວາມ​ພົ້ນ ເຮົາ​ໄດ້​ຊ່ວຍເຫລືອ​ເຈົ້າ​ໄວ້.” ເບິ່ງແມ! ເວລາ​ນີ້ ແມ່ນ​ຄາວ​ແຫ່ງ​ຄວາມ​ກະລຸນາ ເບິ່ງແມ! ເວລາ​ນີ້​ເປັນ​ວັນ​ແຫ່ງ​ຄວາມ​ພົ້ນ.


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ມອບ​ໃຫ້​ປະໂຣຫິດ​ຊາວ​ເລວີ ທີ່​ເປັນ​ຜູ້​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ມອບ​ໃຫ້​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.


ແລ້ວ​ພວກເຈົ້າ​ກໍໄດ້​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ສູ່​ເມືອງ​ເຢຣິໂກ. ຊາວ​ເມືອງ​ເຢຣິໂກ​ໄດ້​ຕໍ່ສູ້​ພວກເຈົ້າ​ແລະ​ຍັງ​ມີ​ພວກ​ອື່ນ​ອີກ​ທີ່​ຕໍ່ສູ້​ພວກເຈົ້າ ເຊັ່ນ: ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ກີກາຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ, ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄດ້​ໄຊຊະນະ​ພວກເຂົາ​ທັງໝົດ.


ເມື່ອ​ພວກ​ປະໂຣຫິດ ຜູ້​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ ແຫ່ງ​ແຜ່ນດິນ​ໂລກ ຈຸ່ມຕີນ​ລົງ​ໃນ​ແມ່ນໍ້າ​ຈໍແດນ ແລະ​ແມ່ນໍ້າ​ຈໍແດນ​ທີ່​ໄຫລ​ລົງ​ມາ​ແຕ່​ທາງເໜືອ​ກໍ​ຈະ​ຢຸດ​ໄຫລ​ໂຮມ​ກັນ​ຢູ່​ບ່ອນດຽວ.”


ເມື່ອ​ທຸກຄົນ​ໄດ້​ຂ້າມ​ໄປ​ເຖິງ​ຝັ່ງ​ໝົດແລ້ວ ພວກ​ປະໂຣຫິດ​ພ້ອມ​ດ້ວຍ​ຫີບ​ຂອງ​ພຣະເຈົ້າຢາເວ ກໍ​ອອກ​ນຳ​ໜ້າ​ປະຊາຊົນ​ໄປ.


ແລ້ວ​ໂຢຊວຍ​ກໍ​ຍັງ​ໄດ້​ຕັ້ງ​ຫີນ​ອື່ນ​ອີກ​ສິບສອງ​ກ້ອນ ໄວ້​ທີ່​ກາງ​ແມ່ນໍ້າ​ຈໍແດນ ໃນ​ບ່ອນ​ທີ່​ພວກ​ປະໂຣຫິດ​ຫາມ​ຫີບ​ພັນທະສັນຍາ​ຢືນ​ຢູ່​ນັ້ນ. (ຫີນ​ນັ້ນ​ຍັງ​ມີ​ຢູ່​ຈົນເຖິງ​ທຸກ​ວັນນີ້.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka