8 ດັ່ງນັ້ນ ເຈົ້າຈົ່ງສັ່ງພວກປະໂຣຫິດທີ່ຫາມຫີບພັນທະສັນຍານັ້ນວ່າ ເມື່ອໄປຮອດແມ່ນໍ້າຈໍແດນແລ້ວ ໃຫ້ຢຸດຢູ່ໃນນໍ້າໃກ້ໆກັບຕາຝັ່ງສາກ່ອນ.”
ແລ້ວເອລີຢາກໍໄດ້ກ່າວແກ່ເອລີຊາອີກວ່າ, “ຂໍໃຫ້ເຈົ້າຢູ່ບ່ອນນີ້ ເພາະພຣະເຈົ້າຢາເວໄດ້ສັ່ງໃຫ້ຂ້ອຍໄປທີ່ແມ່ນໍ້າຈໍແດນ.” ແຕ່ເອລີຊາຕອບວ່າ, “ຕາບໃດທີ່ພຣະເຈົ້າຢາເວຊົງພຣະຊົນຢູ່ ແລະທ່ານຍັງມີຊີວິດຢູ່ ຂ້ານ້ອຍຈະບໍ່ໜີໄປຈາກທ່ານ.” ດັ່ງນັ້ນ ທັງສອງຈຶ່ງອອກເດີນທາງຕໍ່ໄປ
ຄົນເຫຼົ່ານີ້ໄດ້ເອີ້ນພີ່ນ້ອງຊາວເລວີຂອງພວກເຂົາມາປະຊຸມກັນ ແລະພວກເຂົາທຸກຄົນໄດ້ເຮັດພິທີຊຳລະຕົນໃຫ້ໝົດມົນທິນ. ແລ້ວໂດຍປະຕິບັດຕາມຄຳສັ່ງຂອງກະສັດ ໂດຍຖ້ອຍຄຳຂອງພຣະເຈົ້າຢາເວ ເພື່ອຊຳລະວິຫານຂອງພຣະເຈົ້າຢາເວໃຫ້ໝົດມົນທິນ.
ເຮເຊກີຢາໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະພໍພິທີເລີ່ມຂຶ້ນ ປະຊາຊົນຕ່າງກໍຮ້ອງເພງສັນລະເສີນພຣະເຈົ້າຢາເວ; ສ່ວນບັນດານັກດົນຕຼີກໍຕັ້ງຕົ້ນເປົ່າແກ ແລະຫລີ້ນເຄື່ອງດົນຕຼີອື່ນໆອີກ.
ກະສັດພ້ອມດ້ວຍພວກຜູ້ນຳຂອງປະຊາຊົນໃນຊາດ ໄດ້ບອກໃຫ້ຊາວເລວີຮ້ອງເພງສັນລະເສີນແດ່ພຣະເຈົ້າຢາເວ ຄືຖ້ອຍຄຳທີ່ກະສັດດາວິດ ແລະຜູ້ທຳນວາຍອາສັບໄດ້ແຕ່ງໄວ້. ສະນັ້ນ ທຸກຄົນຈຶ່ງຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ ເມື່ອພວກເຂົາຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ.
ພຣະເຈົ້າໄດ້ກະທຳໃນທ່າມກາງພວກຢູດາເຊັ່ນກັນ ແລະໃຫ້ພວກເຂົາເປັນນໍ້າໜຶ່ງໃຈດຽວກັນ ຕັ້ງໃຈເຮັດຕາມພຣະປະສົງໂດຍປະຕິບັດຕາມຄຳສັ່ງຂອງກະສັດແລະພວກຂ້າຣາຊການຂອງເພິ່ນ ຕາມຖ້ອຍຄຳຂອງພຣະເຈົ້າຢາເວ.
ຂ້າພະເຈົ້າສັ່ງໃຫ້ຊາວເລວີຊຳລະຕົວ ແລະໄປເຝົ້າຍາມປະຕູ ເພື່ອໃຫ້ແນ່ໃຈວ່າວັນຊະບາໂຕໄດ້ຖືກຮັກສາໄວ້ໃຫ້ບໍຣິສຸດ. ໂອ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດລະນຶກເຖິງຂ້ານ້ອຍໃນເລື່ອງນີ້ເຊັ່ນດຽວກັນແດ່ທ້ອນ ແລະຂໍຊົງໂຜດເອັນດູຂ້ານ້ອຍດ້ວຍ ເພາະເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ.
ໂຢອີອາດາເປັນລູກຊາຍຂອງມະຫາປະໂຣຫິດເອລີອາຊິບ, ແຕ່ລູກຊາຍຜູ້ໜຶ່ງຂອງໂຢອີອາດາໄດ້ແຕ່ງງານກັບລູກສາວຂອງສານບັນລັດ ຈາກເມືອງເບັດໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າຈຶ່ງໃຫ້ໂຢອີອາດາ ອອກໄປຈາກນະຄອນເຢຣູຊາເລັມ.
ແຕ່ໂມເຊຕອບວ່າ, “ຢ່າຢ້ານເລີຍ ຕັ້ງໃຈໃຫ້ດີ ແລະພວກເຈົ້າຈະໄດ້ເຫັນສິ່ງທີ່ພຣະເຈົ້າຢາເວກະທຳ ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໃນວັນນີ້ ພວກເຈົ້າຈະບໍ່ເຫັນຊາວເອຢິບເຫຼົ່ານີ້ອີກຈັກເທື່ອ.
ສະນັ້ນ ຈຶ່ງເປັນສິ່ງດີເລີດທີ່ຄອຍຖ້າຢ່າງອົດທົນ ຄືຄອງຄອຍພຣະເຈົ້າຢາເວມາຊ່ວຍພວກເຮົາໃຫ້ພົ້ນ
ໃນຂະນະທີ່ພວກເຂົາຍ່າງຂ້າມດິນແຫ້ງໄປນັ້ນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ກໍຢືນຢູ່ເທິງດິນແຫ້ງກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນທຸກຄົນຂ້າມໄປຫວິດໝົດແລ້ວ.
ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ.
ຕໍ່ມາ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ, “ສິ່ງທີ່ເຮົາກະທຳໃນມື້ນີ້ ຈະເຮັດໃຫ້ຊາວອິດສະຣາເອນທຸກຄົນໃຫ້ກຽດແກ່ເຈົ້າ ວ່າເຈົ້າເປັນຜູ້ຍິ່ງໃຫຍ່ຄົນໜຶ່ງ ແລະພວກເຂົາຈະຮູ້ວ່າ ເຮົາໄດ້ຢູ່ນຳເຈົ້າເໝືອນດັ່ງທີ່ໄດ້ຢູ່ນຳໂມເຊ.
ແລ້ວໂຢຊວຍກໍໄດ້ບອກປະຊາຊົນວ່າ, “ຈົ່ງພາກັນເຂົ້າມາພີ້ ເພື່ອຟັງຖ້ອຍຄຳທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງ.
ເມື່ອທຸກຄົນໄດ້ຂ້າມໄປເຖິງຝັ່ງໝົດແລ້ວ ພວກປະໂຣຫິດພ້ອມດ້ວຍຫີບຂອງພຣະເຈົ້າຢາເວ ກໍອອກນຳໜ້າປະຊາຊົນໄປ.