Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 3:7 - ພຣະຄຳພີສັກສິ

7 ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ສິ່ງ​ທີ່​ເຮົາ​ກະທຳ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້ກຽດ​ແກ່​ເຈົ້າ ວ່າ​ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ ແລະ​ພວກເຂົາ​ຈະ​ຮູ້​ວ່າ ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ເໝືອນດັ່ງ​ທີ່​ໄດ້​ຢູ່​ນຳ​ໂມເຊ.

Uka jalj uñjjattʼäta Copia luraña




ໂຢຊວຍ 3:7
13 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊົນຊາດ​ທັງໝົດ​ເກງກົວ​ກະສັດ​ໂຊໂລໂມນ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ເພິ່ນ​ມີ​ກຽດ​ຍິ່ງໃຫຍ່​ກວ່າ​ກະສັດ​ໃດໆ​ທີ່​ປົກຄອງ​ປະເທດ​ອິດສະຣາເອນ.


ໂຊໂລໂມນ​ລູກຊາຍ​ຂອງ​ກະສັດ​ດາວິດ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຢ່າງ​ໝັ້ນຄົງ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ກໍ​ເຮັດ​ໃຫ້​ເພິ່ນ​ມີ​ອຳນາດ​ຫລາຍ​ຂຶ້ນ.


ເປັນຫຍັງ​ມະນຸດ​ຈຶ່ງ​ສຳຄັນ​ຕໍ່​ພຣະອົງ​ແທ້ນໍ? ເປັນຫຍັງ​ຈຶ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ?


ພຣະອົງ​ປະທານ​ໂລ້​ແຫ່ງ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ແລະ​ຊົງ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ພົ້ນໄພ​ໄດ້ ການ​ທີ່​ພຣະອົງ​ເປັນຫ່ວງ​ນັ້ນ ເຮັດ​ໃຫ້​ຂ້ານ້ອຍ​ໃຫຍ່​ຂຶ້ນ ແລະ​ຣິດທານຸພາບ​ຂອງ​ພຣະອົງ​ກໍ​ເຮັດ​ໃຫ້​ຂ້ານ້ອຍ​ປອດໄພ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.


ເພາະ​ເປັນ​ຄວາມ​ມຸ້ງມາດ​ປາຖະໜາ ແລະ​ຄວາມຫວັງ​ຂອງເຮົາ​ວ່າ ເຮົາ​ຈະ​ບໍ່ມີ​ຄວາມ​ລະອາຍ​ໃນ​ສິ່ງໃດ​ເລີຍ, ແຕ່​ເມື່ອ​ກ່ອນ​ທຸກ​ເທື່ອ​ມີ​ໃຈ​ກ້າ​ສະເໝີ​ສັນໃດ ບັດນີ້ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ດຽວກັນ​ສັນນັ້ນ ພຣະຄຣິດ​ຈະ​ຊົງ​ຮັບ​ພຣະ​ກຽດຕິຍົດ​ໃນ​ຮ່າງກາຍ​ຂອງເຮົາ​ສະເໝີ ເຖິງ​ແມ່ນ​ເຮົາ​ຈະ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍຕາມ.


ພວກ​ຂ້ານ້ອຍ​ຈະ​ເຊື່ອຟັງ​ທ່ານ​ເໝືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ໂມເຊ​ເລື້ອຍ​ມາ. ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຈົ່ງ​ສະຖິດ​ຢູ່​ກັບ​ທ່ານ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ໂມເຊ.


ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ແລ້ວ​ໂຢຊວຍ​ກໍ​ບອກ​ພວກ​ປະໂຣຫິດ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ ແລະ​ພວກເຂົາ​ກໍ​ປະຕິບັດ​ຕາມ.


ດັ່ງນັ້ນ ເຈົ້າ​ຈົ່ງ​ສັ່ງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ນັ້ນ​ວ່າ ເມື່ອ​ໄປ​ຮອດ​ແມ່ນໍ້າ​ຈໍແດນ​ແລ້ວ ໃຫ້​ຢຸດ​ຢູ່​ໃນ​ນໍ້າ​ໃກ້ໆ​ກັບ​ຕາຝັ່ງ​ສາກ່ອນ.”


ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ໃນ​ມື້​ນັ້ນ ເຮັດ​ໃຫ້​ຊາວ​ອິດສະຣາເອນ​ຖື​ໂຢຊວຍ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ. ພວກເຂົາ​ໃຫ້ກຽດ​ໂຢຊວຍ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ ເໝືອນດັ່ງ​ທີ່​ພວກເຂົາ​ໄດ້​ໃຫ້ກຽດ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka