Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 3:6 - ພຣະຄຳພີສັກສິ

6 ແລ້ວ​ໂຢຊວຍ​ກໍ​ບອກ​ພວກ​ປະໂຣຫິດ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ ແລະ​ພວກເຂົາ​ກໍ​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




ໂຢຊວຍ 3:6
11 Jak'a apnaqawi uñst'ayäwi  

ເມື່ອ​ບັນດາ​ຜູ້ນຳ​ທຸກຄົນ​ໄດ້​ມາ​ໂຮມກັນ​ແລ້ວ ບັນດາ​ປະໂຣຫິດ​ກໍໄດ້​ຍົກ​ເອົາ​ຫີບ​ພັນທະສັນຍາ


ເມື່ອ​ບັນດາ​ຜູ້ນຳ​ໄດ້​ມາ​ເຕົ້າໂຮມ​ກັນ​ໝົດແລ້ວ ພວກເລວີ​ກໍໄດ້​ຍົກ​ຫີບ​ນັ້ນ


ພຣະເຈົ້າ​ຈະ​ໄຂ​ຫົນທາງ​ໃຫ້​ພວກເຂົາ ແລະ​ນຳ​ພວກເຂົາ​ອອກ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ຈະ​ທະລຸ​ອອກ​ໄປ​ທາງ​ປະຕູເຂົ້າ​ເມືອງ ແລະ​ຈະ​ປົບໜີໄປ​ຢ່າງ​ອິດສະຫລະ. ພຣະເຈົ້າຢາເວ​ເອງ ຜູ້​ເປັນ​ກະສັດ​ຂອງ​ພວກເຂົາ​ຈະ​ນຳພາ​ພວກເຂົາ​ອອກ​ໄປ.


ເມື່ອ​ປະຊາຊົນ​ອອກ​ຈາກ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ໄປ​ນັ້ນ ພວກເຂົາ​ໄດ້​ເດີນທາງ​ເປັນ​ເວລາ​ສາມ​ວັນ. ພວກເຂົາ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ອອກ​ໜ້າ​ໄປ​ກ່ອນ ເພື່ອ​ຊອກຫາ​ບ່ອນ​ຕັ້ງ​ຄ້າຍພັກ.


ມາບັດນີ້ ຖ້າ​ພຣະອົງ​ຫາກ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ທັງໝົດ ຊົນຊາດ​ທັງຫລາຍ​ທີ່​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ພຣະອົງ​ກໍ​ຈະ​ກ່າວ​ວ່າ


ທີ່​ພຣະເຢຊູເຈົ້າ​ຜູ້​ຊົງ​ນຳ​ໜ້າ ໄດ້​ສະເດັດ​ເຂົ້າ​ໄປ​ກ່ອນ​ແທນ​ພວກເຮົາ​ແລ້ວ ເພາະ​ພຣະອົງ​ໄດ້​ຊົງ​ກາຍເປັນ​ພຣະ​ມະຫາ​ປະໂຣຫິດ​ຕະຫລອດໄປ ໃນ​ລຳດັບ​ດຽວ​ກັບ​ເມຄີເຊເດັກ.


ແລະ​ສັ່ງ​ປະຊາຊົນ​ວ່າ, “ເມື່ອ​ພວກເຈົ້າ​ເຫັນ​ພວກ​ປະໂຣຫິດ ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອອກ​ໄປ ໃຫ້​ພາກັນ​ອອກ​ຈາກ​ຄ້າຍພັກ​ແລະ​ຕິດຕາມ​ໄປ​ໂລດ.


ແລ້ວ​ໂຢຊວຍ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເພາະ​ມື້ອື່ນ​ພຣະເຈົ້າຢາເວ​ຈະ​ເຮັດ​ການ​ອັດສະຈັນ​ໃນ​ທ່າມກາງ​ພວກເຈົ້າ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ສິ່ງ​ທີ່​ເຮົາ​ກະທຳ​ໃນ​ມື້ນີ້ ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ທຸກຄົນ​ໃຫ້ກຽດ​ແກ່​ເຈົ້າ ວ່າ​ເຈົ້າ​ເປັນ​ຜູ້​ຍິ່ງໃຫຍ່​ຄົນ​ໜຶ່ງ ແລະ​ພວກເຂົາ​ຈະ​ຮູ້​ວ່າ ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ເໝືອນດັ່ງ​ທີ່​ໄດ້​ຢູ່​ນຳ​ໂມເຊ.


ໂຢຊວຍ​ໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ ແລະ​ບອກ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ ແລະ​ໃຫ້​ເຈັດ​ຄົນ​ໃນ​ພວກເຈົ້າ ຖື​ແກ​ຍ່າງ​ໄປ​ກ່ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka