4 ພວກປະໂຣຫິດຈະນຳທາງພວກເຈົ້າໄປ ເພາະພວກເຈົ້າບໍ່ເຄີຍຜ່ານທາງເສັ້ນນີ້ຈັກເທື່ອ, ແຕ່ຢ່າເຂົ້າໄປໃກ້ຫີບພັນທະສັນຍາ ໃຫ້ຢູ່ຫ່າງປະມານໜຶ່ງກິໂລແມັດ.”
ຢາໂຄບເຫັນໄດ້ອີກວ່າ ທ່າທີຂອງລາບານທີ່ມີຕໍ່ຕົນນັ້ນບໍ່ດີຄືແຕ່ກ່ອນ.
ໃນອະດີດທີ່ຜ່ານມາ ເຖິງແມ່ນໂຊນຍັງເປັນກະສັດຢູ່ ເພິ່ນກໍໄດ້ນຳພາປະຊາຊົນອິດສະຣາເອນອອກສູ້ຮົບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ສັນຍາກັບເພິ່ນໃຫ້ນຳພາປະຊາຊົນຂອງພຣະອົງ ແລະເປັນຜູ້ປົກຄອງຂອງພວກເຂົາ.”
ຜູ້ທີ່ຢຳເກງພຣະເຈົ້າຢາເວກໍຈະໄດ້ຮໍ່າຮຽນຈາກພຣະອົງ ໃຫ້ຮູ້ທາງທີ່ພວກຕົນຈະປະພຶດ.
ພຣະເຈົ້າຊົງເປັນທີ່ຢ້ານກົວໃນຊຸມຊົນຂອງພວກບໍຣິສຸດທັງຫຼາຍ ແລະທຸກຄົນກໍຢືນຢູ່ຢ່າງເກງກົວສຸດຂີດຕໍ່ພຣະອົງນັ້ນ.
ເຈົ້າຈົ່ງກຳນົດເຂດອ້ອມຮອບພູໄວ້ໃຫ້ປະຊາຊົນ ແລະບອກພວກເຂົາບໍ່ໃຫ້ລ່ວງເຂດຂຶ້ນໄປເທິງພູ ຫລືເຂົ້າໄປໃກ້ຕີນພູເດັດຂາດ. ຖ້າຜູ້ໃດຜູ້ໜຶ່ງຍ່າງຂຶ້ນໄປທີ່ນັ້ນຈະມີໂທດເຖິງຕາຍ;
ພຣະເຈົ້າບອກວ່າ, “ຢ່າຫຍັບເຂົ້າມາໃກ້ອີກເປັນເດັດຂາດ. ຈົ່ງຖອດເກີບອອກສາ ເພາະວ່າເຈົ້າກຳລັງຢືນຢູ່ທີ່ບ່ອນສັກສິດ.
ແຕ່ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ, “ບໍ່ໄດ້ດອກ ພຣະເຈົ້າຢາເວເອີຍ ຂໍຢ່າໃຊ້ຂ້ານ້ອຍໄປເທາະ. ຂ້ານ້ອຍເອງເປັນຄົນເວົ້າບໍ່ເກັ່ງ ແລະບໍ່ມີສີປາກມາແຕ່ໃດໆ, ຕັ້ງແຕ່ພຣະອົງໄດ້ເລີ່ມກ່າວແກ່ຂ້ານ້ອຍມານີ້ ຂ້ານ້ອຍແຮ່ງເວົ້າອອກຍາກຫລາຍ ເວົ້າເກິໆກະໆບໍ່ລ່ຽນບໍ່ໄຫລ.”
ພວກເຂົາຈັດຕຽມບ່ອນເຜົາຈັກກະພັດອັດຊີເຣຍ ດ້ວຍກອງໄຟອັນໃຫຍ່ມາດົນແລ້ວ. ບ່ອນນັ້ນທັງເລິກທັງກວ້າງແລະທັງມີກອງຟືນສູງ. ພຣະເຈົ້າຢາເວຈະຫາຍໃຈເປັນແປວໄຟ ເພື່ອໄໝ້ເຜົາຜານບ່ອນນັ້ນ.
ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ ພຣະເຈົ້າຢາເວອົງພຣະຜູ້ໄຖ່ຂອງເຈົ້າກ່າວວ່າ, “ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າເດີ ຢາກສັ່ງສອນຄວາມດີແລະຊີ້ທາງເດີນໃຫ້ເຈົ້າ.”
ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ.
ແລ້ວໂຢຊວຍກໍໄດ້ສັ່ງປະຊາຊົນວ່າ, “ຈົ່ງຊຳລະຕົນໃຫ້ບໍຣິສຸດ ເພາະມື້ອື່ນພຣະເຈົ້າຢາເວຈະເຮັດການອັດສະຈັນໃນທ່າມກາງພວກເຈົ້າ.”