ໂຢຊວຍ 3:3 - ພຣະຄຳພີສັກສິ3 ແລະສັ່ງປະຊາຊົນວ່າ, “ເມື່ອພວກເຈົ້າເຫັນພວກປະໂຣຫິດ ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອອກໄປ ໃຫ້ພາກັນອອກຈາກຄ້າຍພັກແລະຕິດຕາມໄປໂລດ. Uka jalj uñjjattʼäta |
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.