17 ໃນຂະນະທີ່ພວກເຂົາຍ່າງຂ້າມດິນແຫ້ງໄປນັ້ນ ພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ກໍຢືນຢູ່ເທິງດິນແຫ້ງກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນທຸກຄົນຂ້າມໄປຫວິດໝົດແລ້ວ.
ແລ້ວເອລີຢາກໍໄດ້ແກ້ເສື້ອຄຸມຂອງເພິ່ນອອກ ມ້ວນເສື້ອຄຸມໄວ້ ແລະໃຊ້ເສື້ອຄຸມນັ້ນຟາດນໍ້າ ນໍ້າໄດ້ແຍກອອກ ແລະເພິ່ນກັບເອລີຊາກໍຍ່າງຂ້າມດິນແຫ້ງໄປສູ່ຟາກໜຶ່ງອີກ.
ພຣະອົງໄດ້ປ່ຽນທະເລເລິກໃຫ້ເປັນດິນແຫ້ງໄປ ປູ່ຍ່າຕາຍາຍຂອງພວກເຮົາໄດ້ຍ່າງຂ້າມນໍ້ານັ້ນ ຢູ່ທີ່ນັ້ນພວກເພິ່ນຕ່າງກໍຊົມຊື່ນຍິນດີ ເພາະສິ່ງທີ່ພຣະອົງໄດ້ກະທຳນັ້ນ.
ໂມເຊໄດ້ເດ່ມືຂອງຕົນອອກໄປສູ່ທະເລ ແລະພຣະເຈົ້າຢາເວໄດ້ບັນດານ ໃຫ້ລົມຮ້ອນທາງທິດຕາເວັນອອກພັດທະເລຕະຫລອດຄືນ. ລົມໄດ້ພັດທະເລຢູ່ຢ່າງລຽນຕິດຈົນເຫັນພື້ນດິນແຫ້ງ. ນໍ້າໄດ້ແຍກອອກຈາກກັນເປັນທາງຍ່າງ
ແລະຊາວອິດສະຣາເອນໄດ້ຍ່າງເທິງພື້ນດິນແຫ້ງຜ່ານຂ້າມໄປ ໂດຍມີນໍ້າຂັ້ນທັງສອງຂ້າງເໝືອນກຳແພງ.
ສ່ວນຊາວອິດສະຣາເອນນັ້ນກໍໄດ້ຍ່າງໄປເທິງພື້ນດິນແຫ້ງຢ່າງປອດໄພຄື: ບ່ອນມີນໍ້າຂັ້ນທັງສອງຂ້າງດັ່ງກຳແພງ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະທຳລາຍຄວາມຕາຍຕະຫລອດໄປ ພຣະອົງຈະເຊັດນໍ້າຕາໃຫ້ໝົດທຸກຄົນແລະກຳຈັດຄວາມອັບອາຍ ທີ່ປະຊາຊົນຂອງພຣະອົງໄດ້ຮັບຢູ່ທົ່ວໂລກ. ພຣະເຈົ້າຢາເວເອງໄດ້ກ່າວດັ່ງນີ້ແຫລະ.
ດັ່ງຕໍ່ໄປນີ້: “ເມື່ອພວກເຈົ້າຂ້າມແມ່ນໍ້າຈໍແດນເຂົ້າໄປໃນດິນແດນການາອານ
ເພາະຊາວອິດສະຣາເອນມີຄວາມເຊື່ອແບບນີ້ ພວກເພິ່ນຈຶ່ງຍ່າງຂ້າມທະເລແດງເໝືອນກັບວ່າ ຍ່າງເທິງດິນແຫ້ງ, ແຕ່ເມື່ອຊາວເອຢິບລອງຂ້າມເບິ່ງ ນໍ້າກໍຖ້ວມພວກເຂົາ ແລະຈົມນໍ້າຕາຍໝົດ.
ເມື່ອປະຊາຊົນອິດສະຣາເອນທຸກຄົນໄດ້ຂ້າມແມ່ນໍ້າຈໍແດນໄປໝົດແລ້ວ ພຣະເຈົ້າຢາເວໄດ້ກ່າວແກ່ໂຢຊວຍວ່າ,
ພວກປະໂຣຫິດຢືນຢູ່ໃນກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນກະທຳທຸກສິ່ງສຳເລັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງພວກເຂົາຜ່ານທາງໂຢຊວຍ. ເລື່ອງນີ້ແມ່ນສິ່ງທີ່ໂມເຊໄດ້ສັ່ງໄວ້. ປະຊາຊົນຈຶ່ງຟ້າວຂ້າມແມ່ນໍ້າໄປ.
ເມື່ອທຸກຄົນໄດ້ຂ້າມໄປເຖິງຝັ່ງໝົດແລ້ວ ພວກປະໂຣຫິດພ້ອມດ້ວຍຫີບຂອງພຣະເຈົ້າຢາເວ ກໍອອກນຳໜ້າປະຊາຊົນໄປ.
ໃຫ້ພວກເຈົ້າບອກພວກເຂົາເຖິງເວລາທີ່ຊາວອິດສະຣາເອນ ໄດ້ຂ້າມແມ່ນໍ້າຈໍແດນເທິງພື້ນດິນແຫ້ງ.
ແລະສັ່ງພວກເຂົາໃຫ້ຍົກເອົາຫີນສິບສອງກ້ອນຈາກແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຢືນຢູ່ນັ້ນ ແລະຂົນໄປວາງໄວ້ໃນບ່ອນທີ່ເຈົ້າຈະຕັ້ງຄ້າຍພັກຄືນນີ້.”
ເມື່ອກະສັດທັງໝົດຂອງຊາວອາໂມ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ແລະກະສັດທັງໝົດຂອງຊາວການາອານ ທີ່ຢູ່ໃກ້ທະເລເມດີແຕຣາເນໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງ ຈົນປະຊາຊົນອິດສະຣາເອນຂ້າມໄປໄດ້; ກະສັດເຫຼົ່ານີ້ຕ່າງກໍຢ້ານກົວແລະເສຍຂວັນຍ້ອນຊາວອິດສະຣາເອນ.