ໂຢຊວຍ 3:11 - ພຣະຄຳພີສັກສິ11 ເມື່ອຫີບພັນທະສັນຍາຂອງອົງພຣະຜູ້ເປັນເຈົ້າ ຂ້າມແມ່ນໍ້າຈໍແດນໄປກ່ອນພວກເຈົ້າ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”
ແຕ່ບັດນີ້ ພວກເຈົ້າຈະໄດ້ເຫັນດ້ວຍຕົນເອງວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະນຳໜ້າພວກເຈົ້າໄປເໝືອນດັ່ງໄຟທີ່ເຜົາຜານ. ພຣະອົງຈະເອົາຊະນະພວກເຂົາເມື່ອພວກເຈົ້າບຸກໜ້າເຂົ້າໄປ ເພື່ອວ່າພວກເຈົ້າຈະຂັບໄລ່ພວກເຂົາອອກໄປ ແລະຈະທຳລາຍພວກເຂົາຢ່າງວ່ອງໄວ ຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້.