ໂຢຊວຍ 3:10 - ພຣະຄຳພີສັກສິ10 ເມື່ອພວກເຈົ້າບຸກໜ້າເຂົ້າໄປ ພຣະອົງຈະຂັບໄລ່ຄົນເຫຼົ່ານີ້ອອກໄປ ເຊັ່ນ: ຊາວການາອານ, ຊາວຮິດຕີ, ຊາວຮີວີ, ຊາວເປຣີຊີ, ຊາວກີກາຊີ, ຊາວອາໂມ ແລະຊາວເຢບຸດ. ພວກເຈົ້າຈະໄດ້ຮູ້ວ່າ ພຣະເຈົ້າອົງຊົງຊີວິດຢູ່ສະຖິດໃນທ່າມກາງພວກເຈົ້າ; Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນສູງຂອງເພິ່ນ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ໄດ້ຍິນຄຳໝິ່ນປະໝາດນີ້ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານລົງໂທດຜູ້ທີ່ກ່າວດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າ ສຳລັບປະຊາຊົນຂອງພວກເຮົາທີ່ລອດຊີວິດຢູ່ນີ້ດ້ວຍເທີ້ນ.”
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.
ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.