Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 3:1 - ພຣະຄຳພີສັກສິ

1 ມື້ໃໝ່​ມາ ໂຢຊວຍ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ລຸກ​ແຕ່​ເຊົ້າໆ, ອອກ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ແລະ​ມຸ້ງໜ້າ​ໄປ​ສູ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ບ່ອນ​ນີ້ ໃນ​ຂະນະທີ່​ລໍຖ້າ​ຈະ​ຂ້າມ​ແມ່ນໍ້າ.

Uka jalj uñjjattʼäta Copia luraña




ໂຢຊວຍ 3:1
16 Jak'a apnaqawi uñst'ayäwi  

ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ໄດ້​ເອົາ​ເຂົ້າຈີ່ ແລະ​ນໍ້າ​ໃສ່​ຖົງ​ໜັງ​ໃຫ້​ນາງ​ຮາກາ. ເພິ່ນ​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ​ສົ່ງ​ນາງ​ໜີໄປ. ນາງ​ພະເນຈອນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບເອນເຊບາ.


ອັບຣາຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ຈັດຕຽມ​ເອົາ​ຟືນ​ເພື່ອ​ເຜົາ​ເຄື່ອງ​ບູຊາ, ເອົາ​ເຄື່ອງ​ຂອງ​ບັນທຸກ​ໃສ່​ເທິງ​ຫລັງ​ລໍ ແລະ​ເອົາ​ອີຊາກ​ກັບ​ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ນຳ​ຕົນ. ພວກເຂົາ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ.


ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


“ເປັນ​ເວລາ​ຊາວສາມ​ປີ​ແລ້ວ ຄື​ນັບ​ຕັ້ງແຕ່​ປີ​ທີ​ສິບສາມ​ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ມາ​ຈົນເຖິງ​ບັດນີ້ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ບໍ່ເຄີຍ​ປົກປິດ​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈາກ​ພວກທ່ານ​ເລີຍ. ແຕ່​ພວກທ່ານ​ບໍ່ໄດ້​ເອົາໃຈໃສ່.


ແລະ​ໂດຍ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທັງຫລາຍ​ຂອງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ສືບຕໍ່​ສົ່ງ​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ.


ພວກເຈົ້າ​ເອງ​ກໍໄດ້​ເຮັດ​ບາບ​ເຫຼົ່ານີ້​ທັງໝົດ​ຄືກັນ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ. ເຖິງແມ່ນວ່າ​ເຮົາ​ໄດ້​ບອກ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ​ກໍຕາມ; ແຕ່​ພວກເຈົ້າ​ກໍ​ບໍ່​ຍອມ​ຟັງ​ເຮົາ. ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ເອີ້ນ​ຫາ​ພວກເຈົ້າ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຊິດຕິມ​ນັ້ນ ພວກ​ຜູ້ຊາຍ​ຊາວ​ອິດສະຣາເອນ​ໄດ້​ສົມສູ່​ຢູ່​ກິນ​ກັບ​ຍິງ​ຊາວ​ໂມອາບ.


ເຊົ້າ​ວັນ​ໃໝ່​ເວລາ​ຍັງ​ມືດ​ຢູ່ ພຣະເຢຊູເຈົ້າ​ໄດ້​ລຸກ​ຂຶ້ນ ແລະ​ໄປ​ຍັງ​ສະຖານທີ່​ງຽບ​ສະຫງັດ ແລ້ວ​ພາວັນນາ​ອະທິຖານ​ຢູ່​ທີ່​ນັ້ນ.


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ເຊົ້າ​ວັນ​ໃໝ່​ມາ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ພ້ອມ​ທັງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ.


ແຕ່​ໃນ​ວັນ​ທີເຈັດ ພວກເຂົາ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ແລະ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ​ຕາມ​ລະບຽບ​ເກົ່າ ມີ​ພຽງ​ວັນ​ດຽວ​ເທົ່ານັ້ນ ທີ່​ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດຮອບ.


ວັນ​ໃໝ່​ມາ​ແຕ່​ເດິກໆ ໂຢຊວຍ​ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າຢູດາ​ເປັນ​ເຜົ່າ​ທີ່​ຖືກ​ເລືອກ.


ຕອນ​ເຊົ້າ​ແຕ່​ເດິກໆ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແລະ​ເອີ້ນ​ບັນດາ​ທະຫານ​ມາ​ປະຊຸມ. ແລ້ວ​ເພິ່ນ​ເອງ​ແລະ​ພວກຜູ້ນຳ​ຊາດ​ອິດສະຣາເອນ ກໍໄດ້​ຍົກທັບ​ໄປ​ສູ່​ເມືອງ​ອາອີ.


ດັ່ງນັ້ນ ມື້ເຊົ້າມາ ພວກ​ອິດສະຣາເອນ​ຈຶ່ງ​ເລີ່ມ​ອອກ​ເດີນທາງ ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ໃກ້​ກັບ​ເມືອງ​ກີເບອາ.


ເຊົ້າ​ມື້​ໃໝ່​ມາ ດາວິດ​ກໍ​ລຸກ​ແຕ່​ເຊົ້າໆ. ລາວ​ຝາກ​ຝູງແກະ​ໄວ້​ນຳ​ຄົນອື່ນ ແລະ​ນຳ​ເອົາ​ອາຫານ​ໄປ​ບ່ອນ​ທີ່​ເຢຊີ​ພໍ່​ຂອງຕົນ​ໄດ້​ບອກ. ລາວ​ໄປ​ຮອດ​ຄ້າຍ​ພໍດີ​ກັບ​ເວລາ​ທີ່​ພວກ​ອິດສະຣາເອນ​ພວມ​ລຽນ​ແຖວ​ອອກ​ໄປ​ສູ່​ສະໜາມຮົບ ແລະ​ທັງ​ມີ​ສຽງ​ຮ້ອງ​ສັ່ງ​ອອກ​ໄປ​ຕີ​ເສິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka