Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:9 - ພຣະຄຳພີສັກສິ

9 ຕໍ່ມາ ກະສັດ​ແຫ່ງ​ໂມອາບ ບາຫລາກ​ລູກຊາຍ​ຂອງ​ຊິບໂປ ໄດ້​ຕໍ່ສູ້​ພວກເຈົ້າ. ລາວ​ໄດ້​ໃຊ້​ຄົນ​ໄປ​ບອກ​ບາລາອາມ​ລູກຊາຍ​ຂອງ​ເບອໍ ໃຫ້​ມາ​ສາບແຊ່ງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:9
6 Jak'a apnaqawi uñst'ayäwi  

ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ພໍ​ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ກະສັດ​ແຫ່ງ​ໂມອາບ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ຊາວ​ອິດສະຣາເອນ​ໄດ້​ເຮັດ​ກັບ​ຊາວ​ອາໂມ ແລະ​ຮູ້​ວ່າ​ຊາວ​ອິດສະຣາເອນ​ຢູ່​ທີ່​ນັ້ນ​ຫລາຍ​ພຽງໃດ;


ພວກເຂົາ​ໄດ້​ໃຊ້​ທູດ​ໄປ​ບອກ​ກະສັດ​ແຫ່ງ​ເອໂດມ ເພື່ອ​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ຂອງ​ເພິ່ນ. ແຕ່​ກະສັດ​ແຫ່ງ​ເອໂດມ​ບໍ່​ຍອມ​ໃຫ້​ຜ່ານ ແລະ​ພວກເຂົາ​ໄດ້​ຂໍ​ອະນຸຍາດ​ຜ່ານ​ດິນແດນ​ນຳ​ກະສັດ​ແຫ່ງ​ໂມອາບ ແຕ່​ບໍ່ມີ​ໃຜ​ຍອມ​ໃຫ້​ຜ່ານ​ດິນແດນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຄ້າງ​ຢູ່​ທີ່​ກາເດັດ.


ທ່ານ​ຄິດ​ວ່າ​ທ່ານ​ດີກວ່າ​ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ ກະສັດ​ແຫ່ງ​ໂມອາບ​ບໍ? ເພິ່ນ​ເຄີຍ​ຜິດຖຽງ​ຊາດ​ອິດສະຣາເອນ​ບໍ? ຫຼື​ເພິ່ນ​ເຄີຍ​ໄດ້​ໄປ​ເຮັດ​ເສິກ​ຕໍ່ສູ້​ພວກເຂົາ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka