Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:8 - ພຣະຄຳພີສັກສິ

8 ແລ້ວ​ເຮົາ​ກໍ​ນຳພາ​ພວກເຈົ້າ​ໄປ​ດິນແດນ​ຂອງ​ຊາວ​ອາໂມ ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ. ພວກເຂົາ​ຕໍ່ສູ້​ພວກເຈົ້າ ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄຊຊະນະ. ພວກເຈົ້າ​ໄດ້​ຢຶດຄອງ​ດິນແດນ​ຂອງ​ພວກເຂົາ​ແລະ​ເຮົາ​ໄດ້​ທຳລາຍ​ພວກເຂົາ​ຕໍ່​ໜ້າ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:8
10 Jak'a apnaqawi uñst'ayäwi  

ພຣະອົງ​ໃຫ້​ພວກເພິ່ນ​ຊະນະ​ເໜືອ​ຊົນຊາດ​ກັບ​ອານາຈັກ ຄື​ດິນແດນ​ທີ່​ເປັນ​ຊາຍແດນ​ຂອງ​ພວກເພິ່ນ. ພວກເພິ່ນ​ຕີ​ຊະນະ​ເຮັດຊະໂບນ​ຂອງ​ເຈົ້າສີໂຫນ ແລະ​ບາຊານ​ທີ່​ເຈົ້າໂອກ​ຄອງ​ອຳນາດ.


ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ຈະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮີວີ ແລະ​ຊາວ​ເຢບູດ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ທັງໝົດ.


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ ໂດຍ​ພາ​ພວກເຈົ້າ​ຜ່ານ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ; ແລະ​ເຮົາ​ໄດ້​ມອບ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ.


“ເຖິງ​ຢ່າງ​ໃດ​ກໍຕາມ ປະຊາຊົນ​ຂອງເຮົາ​ເອີຍ ເພາະ​ເຫັນ​ແກ່​ພວກເຈົ້າ ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຈົນກ້ຽງ ຄື​ຄົນ​ສູງ​ດັ່ງ​ຕົ້ນແປກ​ແລະ​ແຂງແຮງ​ດັ່ງ​ຕົ້ນໂອກ.


ເຈົ້າສີໂຫນ​ໄດ້​ຍົກທັບ​ອອກ​ມາ​ສູ້ຮົບ​ພວກເຮົາ​ຢູ່​ໃກ້​ເມືອງ​ຢາຮາດ,


ດິນແດນ​ນີ້​ໄດ້​ເລີຍ​ໄປ​ຈົນເຖິງ​ຊາຍແດນ​ຂອງ​ເມືອງ​ອຳໂມນ ແລະ​ລວມທັງ​ເມືອງ​ຕ່າງໆ​ທີ່​ຂຶ້ນ​ກັບ​ເຈົ້າ​ສີໂຫນ ກະສັດ​ຂອງ​ຊາວ​ອາໂມ​ຜູ້​ໄດ້​ປົກຄອງ​ຢູ່​ທີ່​ເມືອງ​ເຮັດຊະໂບນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka