Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:7 - ພຣະຄຳພີສັກສິ

7 ພວກເຂົາ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະອົງ​ໄດ້​ບັນດານ​ໃຫ້​ຄວາມມືດ​ຂັ້ນ​ກາງ ລະຫວ່າງ​ພວກເຂົາ​ກັບ​ພວກ​ເອຢິບ ແລະ​ໃຫ້​ນໍ້າ​ທະເລ​ໄຫລ​ຖ້ວມ​ພວກ​ເອຢິບ​ຈົນ​ພວກເຂົາ​ຈົມ​ນໍ້າ​ຕາຍ. ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ຕໍ່​ເອຢິບ​ແລ້ວ. ຫລັງຈາກ​ນັ້ນ ພວກເຈົ້າ​ກໍໄດ້​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ເວລາ​ດົນນານ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:7
14 Jak'a apnaqawi uñst'ayäwi  

ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ກະສັດ​ຟາໂຣ​ກັບ​ທະຫານ​ຂອງ​ເພິ່ນ​ໄລ່​ຕິດຕາມ​ມາ; ພວກເຂົາ​ຕ່າງ​ກໍ​ແຕກຕື່ນ​ຕົກໃຈ​ຢ່າງ​ໜັກ ທັງ​ຢ້ານ​ທັງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ.


ລະຫວ່າງ​ຊາວ​ເອຢິບ​ແລະ​ຊາວ​ອິດສະຣາເອນ. ເສົາເມກ​ນັ້ນ​ໄດ້​ເຮັດ​ໃຫ້​ດ້ານ​ຂອງ​ຊາວ​ເອຢິບ​ມືດ ແລະ​ດ້ານ​ຂອງ​ຊາວ​ອິດສະຣາເອນ​ແຈ້ງ ເພື່ອ​ສອງ​ຝ່າຍ​ຈະ​ເຂົ້າ​ປະເຊີນ​ໜ້າ​ກັນ​ບໍ່ໄດ້. ເຫດການ​ເປັນ​ຢູ່​ເຊັ່ນນີ້​ຕະຫລອດ​ຄືນ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໄຊ​ຊະນະ​ຊາວ​ເອຢິບ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ຢ້ານຢຳ​ພຣະເຈົ້າຢາເວ; ພວກເຂົາ​ຕ່າງ​ກໍ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ແລະ​ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ກາເດັດ​ເປັນ​ເວລາ​ດົນນານ.


ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຫັນ​ຕໍ່ໜ້າ​ຕົນເອງ​ແລ້ວ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຟາໂຣ​ກະສັດ​ຂອງ​ປະເທດ​ເອຢິບ​ຕໍ່​ບັນດາ​ຂ້າຣາຊການ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຢ່າງໃດ.


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ແລະ​ແມ່ນ​ຜູ້ໃດ​ໜໍ ທີ່​ພຣະເຈົ້າ​ໄດ້​ໂກດຮ້າຍ​ຕະຫລອດ​ສີ່ສິບ​ປີ ບໍ່ແມ່ນ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ເຮັດ​ຜິດບາບ ແລະ​ຊາກສົບ​ຂອງ​ພວກເຂົາ​ຖືກ​ປະຖິ້ມ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ຫລື?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka