6 ເຮົາໄດ້ນຳພາພວກປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ ແລະຊາວເອຢິບໄດ້ໄລ່ຕາມພວກເຂົາໄປ ໂດຍມີລົດຮົບແລະທະຫານມ້າ. ແຕ່ເມື່ອພວກປູ່ຍ່າຕາຍາຍຂອງພວກເຈົ້າມາຮອດທະເລແດງ
ເພື່ອຜ່ານທະເລ ພຣະອົງໄດ້ໃຫ້ທາງແກ່ພວກເພິ່ນ ແລະນຳພາຍ່າງຜ່ານເທິງພື້ນດິນແຫ້ງ. ພວກທີ່ໄລ່ຕາມມານັ້ນກໍພາກັນຈົມລົງໄປ ດັ່ງກ້ອນຫີນຈົມລົງໃນທະເລປ່ວງບ້າ.
ພຣະອົງໄດ້ແຍກນໍ້າທະເລແລະໄດ້ນຳພວກເຂົາຜ່ານໄປ ພຣະອົງໄດ້ເຮັດໃຫ້ນໍ້າແຍກຕັ້ງຂຶ້ນເປັນກຳແພງ.
ຊາວອິດສະຣາເອນພາກັນອອກໄປຈາກເມືອງຣາມາເຊັດ ມຸ້ງໜ້າສູ່ເມືອງຊຸກໂກດ. ຜູ້ເດີນທາງມີປະມານຫົກແສນຄົນໂດຍບໍ່ນັບຜູ້ຍິງແລະເດັກນ້ອຍ.
ໃນວັນນັ້ນເອງ ພຣະເຈົ້າຢາເວໄດ້ນຳຊາວອິດສະຣາເອນເຜົ່າຕ່າງໆອອກໄປຈາກດິນແດນປະເທດເອຢິບ.
ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ.
ເພິ່ນໄດ້ນຳພາປະຊາຊົນອອກມາຈາກປະເທດເອຢິບໂດຍເຮັດການອັດສະຈັນ ແລະໝາຍສຳຄັນທີ່ໜ້າງຶດປະຫລາດໃຈຫລາຍປະການໃນປະເທດເອຢິບ ແລະທີ່ທະເລແດງ ແລະໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ.
ເພາະຊາວອິດສະຣາເອນມີຄວາມເຊື່ອແບບນີ້ ພວກເພິ່ນຈຶ່ງຍ່າງຂ້າມທະເລແດງເໝືອນກັບວ່າ ຍ່າງເທິງດິນແຫ້ງ, ແຕ່ເມື່ອຊາວເອຢິບລອງຂ້າມເບິ່ງ ນໍ້າກໍຖ້ວມພວກເຂົາ ແລະຈົມນໍ້າຕາຍໝົດ.