33 ຕໍ່ມາ ເອເລອາຊາລູກຊາຍຂອງອາໂຣນກໍຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ຢູ່ທີ່ເມືອງກີເບອາ ຊຶ່ງເປັນເມືອງໃນເຂດເນີນພູເອຟຣາອິມ. ເມືອງນີ້ໄດ້ຍົກໃຫ້ເປັນກຳມະສິດຂອງຟີເນຮາ.
ບໍ່ແມ່ນແຜນການຂອງພວກເຮົາ. ມີຊາຍຄົນໜຶ່ງຊື່ວ່າເຊບາ ລູກຊາຍຂອງບີກຣີ ຄົນມາຈາກແຖບເນີນພູເອຟຣາອິມ ໄດ້ເລີ່ມກະບົດຕໍ່ສູ້ກະສັດດາວິດ. ຈົ່ງມອບຊາຍຄົນນີ້ໃຫ້ແກ່ພວກເຮົາສາ ແລະພວກເຮົາກໍຈະໄປຈາກເມືອງ.” ນາງຕອບວ່າ, “ພວກຂ້ານ້ອຍຈະໂຍນຫົວຂອງລາວຂ້າມກຳແພງໄປໃຫ້ທ່ານ.”
ຕໍ່ໄປນີ້ ແມ່ນລາຍຊື່ຂອງພວກຂ້າຣາຊການສິບສອງຄົນ ແລະເຂດທ້ອງຖິ່ນທີ່ພວກເຂົາຮັບຜິດຊອບມີດັ່ງນີ້: ເບນເຮີ ຮັບຜິດຊອບເຂດເນີນພູເອຟຣາອິມ.
ເກຮາຊິຕອບວ່າ, “ບໍ່ມີຫຍັງດອກ ແຕ່ນາຍຂອງຂ້ານ້ອຍສົ່ງຂ້ານ້ອຍມາບອກທ່ານວ່າ ໃນຫວ່າງກີ້ນີ້ເອງມີຜູ້ທຳນວາຍສອງຄົນໃນໝວດເຂດເນີນພູເອຟຣາອິມມາຮອດ ເອລີຊາຢາກໃຫ້ທ່ານເອົາເງິນສາມພັນແທ່ງ ແລະເສື້ອທີ່ສວຍງາມສອງຊຸດໃຫ້ພວກເພິ່ນ.”
ບຸກກີເປັນລູກຊາຍຂອງອາບີຊູອາ, ອາບີຊູອາເປັນລູກຊາຍຂອງຟີເນຮາ, ຟີເນຮາເປັນລູກຊາຍຂອງເອເລອາຊາ, ເອເລອາຊາເປັນລູກຊາຍຂອງອາໂຣນ.
ຂ້ານ້ອຍຮູ້ວ່າພຣະອົງກຳລັງສົ່ງຂ້ານ້ອຍໄປສູ່ຄວາມຕາຍ ໄປສູ່ເຄາະກຳທີ່ຮັກສາໄວ້ສຳລັບທຸກໆຄົນນັ້ນ.
ໃຜໆກໍເຫັນໄດ້ວ່າມະນຸດທຸກຄົນຕ້ອງຕາຍ ທັງຄົນໂງ່ຈ້າເບົາປັນຍາແລະນັກປາດດ້ວຍ. ພວກເຂົາໄດ້ປະຄວາມຄູນຮັ່ງຄູນມີໄວ້ໃຫ້ຜູ້ໃດ ກໍໃຫ້ລູກຫລານຂອງເຂົາເຈົ້າ.
ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
ເອເລອາຊາ ລູກຊາຍຂອງອາໂຣນ ໄດ້ລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ; ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ຟີເນຮາ. ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວຕ່າງໆ ແລະເປັນຕະກຸນຕ່າງໆຂອງເຜົ່າເລວີ.
ປູ່ຍ່າຕາຍາຍຂອງພວກເຈົ້າແລະຜູ້ທຳນວາຍເຫຼົ່ານັ້ນ ບໍ່ໄດ້ມີຊີວິດຢູ່ຕໍ່ໄປແລ້ວ.
ຫົວໜ້າຂອງພວກເລວີແມ່ນເອເລອາຊາ ລູກຊາຍຂອງປະໂຣຫິດອາໂຣນ. ລາວດູແລຄົນທີ່ມີໜ້າທີ່ຮັກສາບ່ອນສັກສິດທີ່ສຸດໃນຫໍເຕັນ.
ຝ່າຍດາວິດ, ເມື່ອໄດ້ປະຕິບັດໃນຄາວອາຍຸຂອງທ່ານ ຕາມຄວາມປະສົງຂອງພຣະເຈົ້າ ແລ້ວເພິ່ນໄດ້ຕາຍໄປ, ເພິ່ນໄດ້ຖືກຝັງໄວ້ຢູ່ກັບບັນພະບຸລຸດຂອງເພິ່ນ ແລະປະສົບຄວາມເປື່ອຍເນົ່າ.
ແຕ່ພຣະເຢຊູເຈົ້າ ອົງຊົງດຳລົງຕຳແໜ່ງປະໂຣຫິດຕະຫລອດໄປ ເພາະພຣະອົງຊົງດຳລົງຢູ່ນິຣັນດອນ.
ຕໍ່ໄປນີ້ແມ່ນການແບ່ງປັນດິນແດນການາອານ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນໃຫ້ປະຊາຊົນອິດສະຣາເອນ. ປະໂຣຫິດເອເລອາຊາ, ໂຢຊວຍລູກຊາຍຂອງນູນ ແລະບັນດາຫົວໜ້າຄອບຄົວຂອງຊາວອິດສະຣາເອນໃນເຜົ່າຕ່າງໆ ໄດ້ແບ່ງປັນດິນແດນນີ້ໃຫ້ແກ່ພົນລະເມືອງຂອງພວກເຂົາ.
ແລ້ວປະຊາຊົນອິດສະຣາເອນກໍໄດ້ສົ່ງຟີເນຮາລູກຊາຍຂອງປະໂຣຫິດເອເລອາຊາ ໄປຫາປະຊາຊົນເຜົ່າຣູເບັນ, ກາດ ແລະມານາເຊຕາເວັນອອກຢູ່ໃນດິນແດນກີເລອາດ.
ລາວໄດ້ໜີຈາກເມືອງເບັດເລເຮັມເພື່ອໄປຊອກຫາບ່ອນຢູ່ໃນທີ່ອື່ນ. ໃນຂະນະທີ່ເດີນທາງໄປນັ້ນ ລາວໄດ້ແວ່ເຂົ້າໄປໃນເຮືອນຂອງມີກາ ຊຶ່ງຢູ່ທາງແຖບເນີນພູເອຟຣາອິມ.
ຈາກບ່ອນນີ້ ພວກເຂົາກໍມາຮອດເຮືອນຂອງມີກາທີ່ເຂດເນີນພູເອຟຣາອິມ.
ຍັງມີຊາຍຄົນໜຶ່ງຊື່ວ່າ ເອນການາ ຄົນໃນເຜົ່າເອຟຣາອິມ ຜູ້ທີ່ອາໄສຢູ່ໃນເມືອງຣາມາໃນເຂດເນີນພູເອຟຣາອິມ. ລາວເປັນລູກຊາຍຂອງເຢໂຣຮາມແລະຫລານຊາຍຂອງເອລີຮູ ແລະເປັນຄົນໃນຄອບຄົວໂຕຮູ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນຊູເຟ.
ລາວໄດ້ຜ່ານເຂດເນີນພູເອຟຣາອິມກັບອານາເຂດຊາລີຊາໄປ ແຕ່ກໍບໍ່ພົບລໍເລີຍ. ດັ່ງນັ້ນ ພວກເຂົາຈຶ່ງຜ່ານໄປທາງອານາເຂດຊາອາລິມ ແຕ່ກໍບໍ່ພົບລໍອີກ. ພວກເຂົາຈຶ່ງຜ່ານໄປທາງອານາເຂດເບັນຢາມິນ ແຕ່ກໍບໍ່ພົບລໍເຊັ່ນກັນ.