Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:32 - ພຣະຄຳພີສັກສິ

32 ສ່ວນ​ກະດູກ​ຂອງ​ໂຢເຊັບ​ທີ່​ພວກ​ອິດສະຣາເອນ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ກໍໄດ້​ຖືກ​ຝັງ​ໄວ້​ທີ່​ເມືອງ​ຊີເຄມ ໃນ​ດິນ​ຕອນ​ໜຶ່ງ​ທີ່​ຢາໂຄບ​ໄດ້​ຊື້​ຈາກ​ລູກຊາຍ​ຂອງ​ຮາໂມ​ຜູ້​ເປັນ​ພໍ່​ຂອງ​ຊີເຄມ ເປັນ​ເງິນ​ໜຶ່ງຮ້ອຍ​ຫລຽນ. ທີ່ດິນ​ນີ້​ເປັນ​ມູນ​ມໍຣະດົກ​ຂອງ​ລູກຫລານ​ໂຢເຊັບ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:32
9 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຊື້​ນາ​ທົ່ງ​ນັ້ນ ລາຄາ​ໜຶ່ງຮ້ອຍ​ຫລຽນ​ຈາກ​ເຊື້ອສາຍ​ຂອງ​ຮາໂມ ພໍ່​ຂອງ​ຊີເຄມ.


ພໍ່​ມອບ​ຊີເຄມ ເຂດ​ອຸດົມສົມບູນ ແລະ​ຮັ່ງມີ​ໃຫ້​ແກ່​ເຈົ້າ ແລະ​ບໍ່ແມ່ນ​ໃຫ້​ພວກອ້າຍ​ຂອງເຈົ້າ ເພາະ​ພໍ່​ໄດ້​ຊີເຄມ​ມາ​ຈາກ​ພວກ​ອາໂມ​ດ້ວຍ​ຄົມ​ດາບ​ແລະ​ທະນູ.”


ໂຢເຊັບ​ກ່າວ​ແກ່​ພວກ​ອ້າຍ​ນ້ອງ​ວ່າ, “ຂ້ອຍ​ໃກ້​ຈະ​ສິ້ນໃຈ​ຕາຍ​ແລ້ວ, ແຕ່​ພຣະເຈົ້າ​ຈະ​ຮັກສາ​ພວກເຈົ້າ​ຢ່າງ​ແນ່ນອນ ແລະ​ພຣະອົງ​ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ນີ້ ຄືນ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.”


ແລ້ວ​ໂຢເຊັບ​ກໍ​ໃຫ້​ປະຊາຊົນ​ຂອງຕົນ​ສາບານ​ຕໍ່​ຕົນ​ວ່າ, “ຈົ່ງ​ສາບານ​ຕໍ່​ຂ້ອຍ​ວ່າ ເມື່ອ​ພຣະເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ໄປ​ສູ່​ດິນແດນ​ນັ້ນ​ແລ້ວ ພວກເຈົ້າ​ຈະ​ຕ້ອງ​ເອົາ​ຊາກສົບ​ຂອງຂ້ອຍ​ອອກ​ໄປ​ນຳ.”


ໂມເຊ​ເອົາ​ຊາກສົບ​ຂອງ​ໂຢເຊັບ​ໄປ​ນຳ ເພາະ​ໂຢເຊັບ​ໄດ້​ສັ່ງ​ໄວ້​ຢ່າງ​ໜັກແໜ້ນ. ເພິ່ນ​ໄດ້​ສັ່ງ​ໄວ້​ວ່າ, “ເມື່ອ​ພຣະເຈົ້າ​ມາ​ຊ່ວຍກູ້​ເອົາ​ພວກເຈົ້າ ພວກເຈົ້າ​ຕ້ອງ​ນຳ​ເອົາ​ຊາກສົບ​ຂອງຂ້ອຍ​ໄປ​ຈາກ​ທີ່​ນີ້.”


ພຣະອົງ​ມາ​ເຖິງ​ເມືອງ​ໜຶ່ງ​ຢູ່​ໃນ​ແຂວງ​ຊາມາເຣຍ ທີ່​ຊື່​ວ່າ ຊີຂາ ຊຶ່ງ​ບໍ່​ໄກ​ຈາກ​ດິນ​ຕອນ​ທີ່​ຢາໂຄບ​ໄດ້​ມອບ​ໃຫ້​ໂຢເຊັບ​ລູກຊາຍ​ຂອງຕົນ.


ແລ້ວ​ຢາໂຄບ​ກໍ​ໄດ້​ລົງ​ໄປ​ທີ່​ປະເທດ​ເອຢິບ ແລະ​ເພິ່ນ​ກັບ​ພວກ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຕາຍ​ຢູ່​ທີ່​ນັ້ນ.


ແລະ​ພວກເຂົາ​ໄດ້​ນຳ​ເອົາ​ຊາກສົບ​ຂອງ​ພວກເພິ່ນ​ກັບຄືນ​ມາ​ທີ່​ຊີເຄມ ແລະ​ໄດ້​ວາງ​ໄວ້​ໃນ​ອຸບມຸງ ທີ່​ອັບຣາຮາມ​ໄດ້​ຊື້​ຈາກ​ຕະກຸນ​ຮາໂມ ດ້ວຍ​ເງິນ​ຈຳນວນ​ໜຶ່ງ​ໃນ​ເມືອງ​ຊີເຄມ.


ເພາະ​ໂຢເຊັບ​ມີ​ຄວາມເຊື່ອ ເມື່ອ​ໃກ້​ຈະ​ສິ້ນໃຈ​ຕາຍ ຈຶ່ງ​ໄດ້​ກ່າວ​ເຖິງ​ການ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ຂອງ​ພວກ​ອິດສະຣາເອນ ແລະ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຄວນ​ເຮັດ​ຢ່າງ​ໃດ​ກ່ຽວກັບ​ກະດູກ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka