Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:31 - ພຣະຄຳພີສັກສິ

31 ໃນ​ຊົ່ວຊີວິດ​ຂອງ​ໂຢຊວຍ​ນັ້ນ ປະຊາຊົນ​ອິດສະຣາເອນ​ໄດ້​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ​ຕະຫລອດມາ. ຫລັງຈາກ​ເພິ່ນ​ຕາຍໄປ​ແລ້ວ ພວກເຂົາ​ກໍ​ຍັງ​ສືບຕໍ່​ບົວລະບັດ​ຮັບໃຊ້​ພຣະອົງ ຕະຫລອດ​ຊົ່ວຊີວິດ​ຂອງ​ພວກຜູ້ນຳ​ທຸກຄົນ ທີ່​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:31
13 Jak'a apnaqawi uñst'ayäwi  

ທີ່​ທົ່ງ​ຮາບພຽງ​ຂອງ​ສິດດິມ​ເຕັມ​ໄປ​ດ້ວຍ​ບໍ່​ນໍ້າມັນ​ດິບ ເວລາ​ກະສັດ​ແຫ່ງ​ໂຊໂດມ ແລະ​ໂກໂມຣາ ພະຍາຍາມ​ເອົາ​ຕົວ​ຫລົບ​ໜີ​ຈາກ​ການ​ສູ້ຮົບ ທັງສອງ​ຈຶ່ງ​ຕົກລົງ​ໃນ​ບໍ່​ນັ້ນ; ສ່ວນ​ກະສັດ​ຄົນອື່ນ​ຕ່າງ​ກໍ​ຫລົບລີ້ ເອົາ​ຕົວລອດ​ໄປ​ທາງ​ເນີນພູ.


ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍໃຈ ຕາບໃດ​ທີ່​ປະໂຣຫິດ​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່.


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ຮູບເຄົາຣົບ​ອັນ​ໜ້າລັງກຽດ​ທັງໝົດ ຊຶ່ງ​ມີ​ຢູ່​ໃນ​ດິນແດນ​ທີ່​ເປັນ​ຂອງ​ຊາວ​ອິດສະຣາເອນ. ເພິ່ນ​ກໍ​ຮຽກຮ້ອງ​ປະຊາຊົນ​ໃນ​ອິດສະຣາເອນ​ໃຫ້​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ຕະຫລອດ​ຣາຊການ​ຂອງ​ເພິ່ນ ພວກເຂົາ​ບໍ່ໄດ້​ຫັນໜີ​ຈາກ​ການ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກເຂົາ.


ຂ້າພະເຈົ້າ​ຮູ້​ວ່າ ຫລັງຈາກ​ຂ້າພະເຈົ້າ​ຈາກ​ໄປ​ແລ້ວ ຈະ​ມີ​ຝູງ​ໝາໄນ​ທີ່​ຮ້າຍກາດ​ເຂົ້າ​ມາ​ໃນ​ທ່າມກາງ​ພວກທ່ານ ແລະ​ມັນ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ຝູງແກະ​ນັ້ນ​ເລີຍ.


ວັນ​ນີ້ ຈົ່ງ​ຈົດຈຳ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜ່ານ​ປະສົບການ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ. ແມ່ນ​ພວກເຈົ້າ​ທີ່​ມີ​ປະສົບການ​ນີ້ ແລະ​ບໍ່ແມ່ນ​ພວກ​ລູກຫລານ​ຂອງ​ພວກເຈົ້າ. ພວກເຈົ້າ​ໄດ້​ເຫັນ​ພຣະຫັດ​ອັນ​ຊົງ​ຣິດເດດ ແລະ​ແຂນ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ


ແມ່ນແລ້ວ ພວກເຈົ້າ​ແມ່ນ​ພວກ​ທີ່​ໄດ້​ເຫັນ​ທຸກໆສິ່ງ​ອັນ​ຍິ່ງໃຫຍ່​ເຫຼົ່ານັ້ນ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ກະທຳ.”


ດັ່ງນັ້ນ ພວກ​ລູກຫລານ​ຂອງ​ພວກເຈົ້າ​ຜູ້​ທີ່​ບໍ່ເຄີຍ​ໄດ້ຍິນ​ກົດບັນຍັດ​ກໍ​ຈະ​ໄດ້ຍິນ​ໄດ້​ຟັງ​ແລະ​ຮຽນຮູ້​ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຕາບໃດ​ທີ່​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.”


ຂ້າພະເຈົ້າ​ຮູ້​ວ່າ​ຫລັງຈາກ​ຂ້າພະເຈົ້າ​ຕາຍໄປ​ແລ້ວ ປະຊາຊົນ​ຈະ​ເຮັດ​ຊົ່ວ​ແລະ​ປະຖິ້ມ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງສອນ​ພວກເຂົາ. ໃນ​ພາຍຄັ້ງໜ້າ ພວກເຂົາ​ຈະ​ພົບ​ກັບ​ໄພພິບັດ ເພາະ​ພວກເຂົາ​ຈະ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ປະຕິບັດ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ຫ້າມ.”


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ຕໍ່ມາ ຄົນ​ທັງໝົດ​ໃນ​ເຊັ່ນ​ນັ້ນ​ກໍໄດ້​ຕາຍໄປ ແລະ​ຄົນ​ໃນ​ເຊັ່ນ​ຕໍ່ມາ​ກໍໄດ້​ລືມໄລ​ພຣະເຈົ້າຢາເວ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ຊາດ​ອິດສະຣາເອນ.


ໂຢຊວຍ​ໄດ້​ສົ່ງ​ຊາວ​ອິດສະຣາເອນ​ໃຫ້​ໄປ​ຕາມ​ທາງ​ຂອງ​ພວກເຂົາ ແລະ​ແຕ່ລະຄົນ​ກໍໄດ້​ໄປ​ຢຶດ​ດິນແດນ​ເປັນ​ກຳມະສິດ​ຂອງ​ໃຜ​ລາວ.


ປະຊາຊົນ​ອິດສະຣາເອນ​ຮັບໃຊ້​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ໂຢຊວຍ. ຫລັງຈາກ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ພວກເຂົາ​ກໍ​ຍັງ​ສືບຕໍ່​ຮັບໃຊ້​ພຣະອົງ ຈົນ​ຕະຫລອດ​ຊົ່ວອາຍຸ​ຂອງ​ພວກຜູ້ນຳ ຜູ້​ທີ່​ໄດ້​ຮູ້ເຫັນ​ກິດຈະການ​ອັນ​ຍິ່ງໃຫຍ່​ທຸກຢ່າງ ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka