30 ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ໃນທີ່ດິນຂອງເພິ່ນເອງທີ່ບ້ານຕີມນາດເສຣາ ໃນເຂດເນີນພູເອຟຣາອິມທາງທິດເໜືອຂອງພູເຂົາກາອາດ.
ເບນາອີຢາ ຊາວປີຣາໂທນ; ຮິດໄດ ຊາວຮ່ອມພູໃກ້ເມືອງກາອາດ.
ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ ພວກເຂົາໄດ້ມອບເມືອງຕີມນາດເສຣາ ໃນເຂດເນີນພູເອຟຣາອິມໃຫ້ຕາມທີ່ເພິ່ນຂໍຮ້ອງ. ດັ່ງນັ້ນ ເພິ່ນຈຶ່ງໄດ້ສ້າງເມືອງຂຶ້ນໃໝ່ແລະຕັ້ງຖິ່ນຖານຢູ່ທີ່ນັ້ນ.
ຫລັງຈາກນັ້ນ ໂຢຊວຍລູກຊາຍຂອງນູນຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ກໍໄດ້ຕາຍໄປເມື່ອເພິ່ນອາຍຸໄດ້ 110 ປີ.
ຍັງມີຊາຍຄົນໜຶ່ງຊື່ວ່າ ມີກາ. ລາວອາໄສຢູ່ໃນແຖບເນີນພູເອຟຣາອິມ.
ຈາກບ່ອນນີ້ ພວກເຂົາກໍມາຮອດເຮືອນຂອງມີກາທີ່ເຂດເນີນພູເອຟຣາອິມ.
ຊາກສົບຂອງເພິ່ນໄດ້ຖືກຝັງໄວ້ໃນດິນແດນຂອງເພິ່ນເອງ ທີ່ແຖບເນີນພູເອຟຣາອິມໃນເມືອງຕີມນາດເສຣາ ຊຶ່ງຢູ່ທາງທິດເໜືອຂອງພູເຂົາກາອາດ.