Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:28 - ພຣະຄຳພີສັກສິ

28 ແລ້ວ​ໂຢຊວຍ​ກໍ​ໃຫ້​ປະຊາຊົນ​ເຫຼົ່ານັ້ນ​ກັບ​ໄປ​ສູ່​ດິນແດນ​ທີ່​ເປັນ​ສ່ວນ​ຂອງ​ໃຜລາວ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:28
7 Jak'a apnaqawi uñst'ayäwi  

ສ່ວນ​ປະຊາຊົນ​ອິດສະຣາເອນ​ທີ່​ຍັງເຫລືອ ແລະ​ບັນດາ​ປະໂຣຫິດ​ທີ່​ຍັງ​ຢູ່ ແລະ​ຊາວ​ເລວີ ຕ່າງ​ກໍ​ອາໄສ​ຢູ່​ໃນ​ທີ່ດິນ​ຂອງຕົນ​ໃນ​ເມືອງ​ໃຫຍ່ ແລະ​ເມືອງນ້ອຍ​ອື່ນໆ​ຂອງ​ຢູດາຍ.


ທີ່ດິນ​ຂອງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ຈະ​ຍັງ​ຄົງ​ຢູ່​ໃນ​ເຜົ່າ​ຂອງຕົນ.


ແລະ​ຊັບສິນ​ກໍ​ຈະ​ບໍ່​ຕົກ​ເປັນ​ຂອງ​ຄົນ​ໃນ​ເຜົ່າອື່ນ. ແຕ່ລະເຜົ່າ​ຈະ​ສືບຕໍ່​ເປັນ​ກຳມະສິດ​ຊັບສິນ​ທີ່ດິນ​ໃນ​ເຜົ່າ​ຂອງຕົນເອງ.”


ແລ້ວ​ໂຢຊວຍ​ກໍໄດ້​ສົ່ງ​ພວກເຂົາ​ຄືນ​ສູ່​ຖິ່ນຖານ ພ້ອມ​ຄຳອວຍພອນ​ຂອງ​ເພິ່ນ ແລະ​ສັ່ງ​ພວກເຂົາ​ວ່າ, “ພວກເຈົ້າ​ຄືນ​ສູ່​ຖິ່ນຖານ​ດ້ວຍ​ຄວາມ​ອຸດົມສົມບູນ ໂດຍ​ມີ​ຝູງສັດ​ຢ່າງ​ມາກມາຍ, ຄຳ, ເງິນ, ທອງ, ເຫຼັກ ແລະ​ເຄື່ອງນຸ່ງ​ຫລາຍ​ຢ່າງ. ສະນັ້ນ ພວກເຈົ້າ​ຈົ່ງ​ແບ່ງປັນ​ສິ່ງ​ທີ່​ຢຶດ​ມາ​ໄດ້​ຈາກ​ເຫຼົ່າ​ສັດຕູ​ນັ້ນ ໃຫ້​ພີ່ນ້ອງ​ໃນ​ຕະກຸນ​ຂອງ​ພວກເຈົ້າ.” ແລ້ວ​ພວກເຂົາ​ກໍໄດ້​ພາກັນ​ກັບ​ເມືອ. ໂມເຊ​ໄດ້​ມອບ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ ແລະ​ອີກ​ເຄິ່ງ​ເຜົ່າ​ນັ້ນ ໂຢຊວຍ​ໄດ້​ມອບ​ດິນແດນ​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ໃຫ້​ພວກເຂົາ​ຮ່ວມ​ກັບ​ເຜົ່າ​ອື່ນໆ.


ເພິ່ນ​ໄດ້​ກ່າວ​ແກ່​ທຸກໆ​ຄົນ​ວ່າ, “ຫີນ​ກ້ອນ​ນີ້​ຈະ​ເປັນ​ພະຍານ​ໃຫ້​ພວກເຮົາ. ມັນ​ໄດ້ຍິນ​ທຸກ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຮົາ. ສະນັ້ນ ມັນ​ຈຶ່ງ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ກະບົດ​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ.”


ຫລັງຈາກ​ນັ້ນ ໂຢຊວຍ​ລູກຊາຍ​ຂອງ​ນູນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ກໍໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 110 ປີ.


ໂຢຊວຍ​ໄດ້​ສົ່ງ​ຊາວ​ອິດສະຣາເອນ​ໃຫ້​ໄປ​ຕາມ​ທາງ​ຂອງ​ພວກເຂົາ ແລະ​ແຕ່ລະຄົນ​ກໍໄດ້​ໄປ​ຢຶດ​ດິນແດນ​ເປັນ​ກຳມະສິດ​ຂອງ​ໃຜ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka