Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:26 - ພຣະຄຳພີສັກສິ

26 ໂຢຊວຍ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ແລ້ວ​ເພິ່ນ​ກໍໄດ້​ເອົາ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ຕັ້ງ​ຂຶ້ນ​ທີ່​ຮົ່ມ​ຂອງ​ຕົ້ນໂອກ ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:26
10 Jak'a apnaqawi uñst'ayäwi  

ສະນັ້ນ ຢາໂຄບ​ຈຶ່ງ​ຕັ້ງ​ເສົາ​ຫີນ​ເສົາ​ໜຶ່ງ​ຂຶ້ນ​ເປັນ​ທີ່ລະນຶກ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.


ນາງ​ເດໂບຣາ​ເອື້ອຍ​ລ້ຽງ​ຂອງ​ນາງ​ເຣເບກາ​ໄດ້​ເສຍ​ຊີວິດ ແລະ​ຖືກ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ທີ່​ຢູ່​ທາງ​ທິດ​ໃຕ້​ຂອງ​ເມືອງ​ເບັດເອນ. ສະນັ້ນ ພວກເຂົາ​ຈຶ່ງ​ໃສ່​ຊື່​ຕົ້ນໄມ້​ນັ້ນ​ວ່າ, “ຕົ້ນ​ໝາກກໍ່​ແຫ່ງ​ນໍ້າຕາ.”


ໂມເຊ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໄວ້. ມື້​ຕໍ່ມາ​ແຕ່​ເຊົ້າ ໂມເຊ​ໄດ້​ສ້າງ​ແທ່ນບູຊາ​ໜຶ່ງ​ແທ່ນ​ຂຶ້ນ​ທີ່​ຕີນ​ພູ ແລະ​ໄດ້​ຕັ້ງ​ຫີນ​ສິບສອງ​ກ້ອນ​ໄວ້​ເປັນ​ອະນຸສອນ​ຄື: ກ້ອນ​ໜຶ່ງ​ສຳລັບ​ເຜົ່າ​ໜຶ່ງ​ຂອງ​ຊາດ​ອິດສະຣາເອນ.


ແລ້ວ​ຊາວ​ຊີເຄມ​ທຸກຄົນ​ພ້ອມ​ທັງ​ຊາວ​ເບັດມິນໂລ ກໍ​ພາກັນ​ໄປ​ທີ່​ຕົ້ນໂອກ​ສັກສິດ​ທີ່​ເມືອງ​ຊີເຄມ ແລະ​ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ອາບີເມເຫຼັກ​ໃຫ້​ຂຶ້ນ​ເປັນ​ກະສັດ.


ແລ້ວ​ຊາມູເອນ​ກໍໄດ້​ເອົາ​ຫີນ​ກ້ອນ​ໜຶ່ງ​ມາ​ຕັ້ງ​ໄວ້ ຢູ່​ລະຫວ່າງ​ເມືອງ​ມີຊະປາ​ແລະ​ເມືອງເຊນ ແລະ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ​ຕະຫລອດ​ມາ” ແລະ​ເພິ່ນ​ໄດ້​ໃສ່​ຊື່​ກ້ອນຫີນ​ນັ້ນ​ວ່າ, “ກ້ອນຫີນ​ແຫ່ງ​ຄວາມ​ຊ່ວຍເຫລືອ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka