Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:25 - ພຣະຄຳພີສັກສິ

25 ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ພັນທະສັນຍາ​ສຳລັບ ພວກເຂົາ​ໃນ​ມື້​ນັ້ນ ແລະ​ເພິ່ນ​ໄດ້​ມອບ​ກົດບັນຍັດ​ກັບ​ກົດລະບຽບ​ຕ່າງໆ ໃຫ້​ແກ່​ພວກເຂົາ​ທີ່​ເມືອງ​ຊີເຄມ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:25
17 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.


ປະໂຣຫິດ​ເຢໂຮຍອາດາ​ໄດ້​ໃຫ້​ກະສັດ​ໂຢອາດ​ແລະ​ປະຊາຊົນ​ເຮັດ​ພັນທະສັນຍາ​ຕໍ່​ພຣະເຈົ້າຢາເວ​ວ່າ ພວກຕົນ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ຍັງ​ໄດ້​ເຮັດ​ພັນທະສັນຍາ​ລະຫວ່າງ​ກະສັດ​ແລະ​ປະຊາຊົນ.


ພວກເຂົາ​ໄດ້​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ​ສຸດໃຈ ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຂົາ.


ປະຊາຊົນ​ຢູດາ​ທັງໝົດ​ຈຶ່ງ​ມີ​ຄວາມ​ຍິນດີ​ຫລາຍ ເພາະ​ພວກເຂົາ​ໄດ້​ເຮັດ​ພັນທະສັນຍາ​ນີ້​ດ້ວຍ​ສຸດຈິດ​ສຸດໃຈ. ພວກເຂົາ​ນະມັດສະການ​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ພຣະອົງ​ໄດ້​ຮັບ​ເອົາ​ພວກເຂົາ​ໄວ້ ແລ້ວ​ກໍ​ໃຫ້​ພວກເຂົາ​ມີ​ຄວາມ​ສະຫງົບສຸກ​ຮອບດ້ານ.


ປະໂຣຫິດ​ເຢໂຮຍອາດາ ໂດຍ​ມີ​ກະສັດ​ໂຢອາດ​ພ້ອມ​ປະຊາຊົນ​ເຂົ້າ​ຮ່ວມ ໄດ້​ເຮັດ​ພິທີ​ຕັ້ງ​ພັນທະສັນຍາ​ວ່າ ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ.


ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.


ຍ້ອນ​ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນັ້ນ; ພວກເຮົາ​ຜູ້​ເປັນ​ປະຊາຊົນ​ອິດສະຣາເອນ ຈຶ່ງ​ໄດ້​ເຊັນ​ຂໍ້​ຕົກລົງ​ຢ່າງ​ແທ້ຈິງ​ໄວ້​ໃນ​ທີ່​ນີ້ ແລະ​ບັນດາ​ຜູ້ນຳ, ຊາວ​ເລວີ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຮົາ​ກໍໄດ້​ປະທັບຕາ​ໄວ້​ດ້ວຍ.


ໂມເຊ​ຈຶ່ງ​ໄດ້​ໄຫວ້ວອນ​ພາວັນນາ​ອະທິຖານ​ດ້ວຍ​ໃຈ​ຮ້ອນຮົນ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ສຳແດງ​ໃຫ້​ໂມເຊ​ເຫັນ​ໄມ້​ທ່ອນ​ໜຶ່ງ. ໂມເຊ​ໄດ້​ຈັບ​ເອົາ​ໄມ້​ທ່ອນ​ນັ້ນ​ຖິ້ມ​ລົງ​ໃສ່​ນໍ້າ. ດັ່ງນັ້ນ ນໍ້າ​ຈຶ່ງ​ເຊົາ​ຂົມ​ແລະ​ດື່ມ​ໄດ້. ໃນ​ທີ່ນັ້ນ ພຣະເຈົ້າຢາເວ​ໄດ້​ໃຫ້​ກົດບັນຍັດ​ຕ່າງໆ​ເພື່ອ​ການ​ດຳເນີນ​ຊີວິດ ແລະ​ໃນ​ທີ່ນັ້ນ​ພຣະອົງ​ໄດ້​ທົດສອບ​ພວກເຂົາ​ດ້ວຍ.


ໂມເຊ​ຈຶ່ງ​ໄດ້​ນຳ​ຂໍ້ຄຳສັ່ງ ແລະ​ກົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ​ໄປ​ບອກ​ປະຊາຊົນ ແລະ​ປະຊາຊົນ​ທຸກຄົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.”


ຕໍ່ໄປນີ້ ແມ່ນ​ເນື້ອໃນ​ຂອງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ໃຫ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ; ທັງໝົດ​ນີ້​ແມ່ນ​ໃຫ້​ຕື່ມ​ໃສ່​ພັນທະສັນຍາ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ກັບ​ພວກເຂົາ​ແລ້ວ​ທີ່​ພູເຂົາ​ຊີນາຍ.


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ໂຢຊວຍ​ໄດ້​ບັນທຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຂອງ​ພຣະເຈົ້າ. ແລ້ວ​ເພິ່ນ​ກໍໄດ້​ເອົາ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ຕັ້ງ​ຂຶ້ນ​ທີ່​ຮົ່ມ​ຂອງ​ຕົ້ນໂອກ ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka