24 ແລ້ວປະຊາຊົນກໍເວົ້າກັບໂຢຊວຍວ່າ, “ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະຈະເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.”
ພວກເຂົາພາກັນກ່າວຄຳສາບານໂດຍພຣະເຈົ້າຢາເວດ້ວຍສຽງດັງວ່າຈະເຮັດຕາມພັນທະສັນຍານັ້ນ ແລ້ວພວກເຂົາກໍໄດ້ໂຮຮ້ອງ, ເປົ່າແກ ແລະເປົ່າເຂົາສັດ.
ປະຊາຊົນທັງໝົດຈຶ່ງຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ.” ແລ້ວໂມເຊກໍຂຶ້ນໄປແຈ້ງຕໍ່ພຣະເຈົ້າຢາເວ ຕາມທີ່ປະຊາຊົນໄດ້ຕອບນັ້ນ.
ໂມເຊຈຶ່ງໄດ້ນຳຂໍ້ຄຳສັ່ງ ແລະກົດຕ່າງໆຂອງພຣະເຈົ້າຢາເວໄປບອກປະຊາຊົນ ແລະປະຊາຊົນທຸກຄົນໄດ້ຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ກ່າວ.”
ແລ້ວເພິ່ນກໍອ່ານໜັງສືພັນທະສັນຍາດ້ວຍສຽງດັງສູ່ປະຊາຊົນຟັງ. ພວກເຂົາຕ່າງກໍເວົ້າວ່າ, “ພວກຂ້ານ້ອຍທັງໝົດຈະເຊື່ອຟັງພຣະເຈົ້າຢາເວ ແລະຈະເຮັດທຸກໆສິ່ງຕາມທີ່ພຣະອົງໄດ້ສັ່ງໄວ້.”
ເຖິງແມ່ນວ່າຂໍ້ຄຳສັ່ງນັ້ນຈະພໍໃຈພວກເຮົາ ຫລືບໍ່ກໍຕາມ ພວກເຮົາກໍຈະເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຄືອົງທີ່ພວກເຮົາກຳລັງຂໍຮ້ອງທ່ານໃຫ້ພາວັນນາອະທິຖານຫານັ້ນ. ທຸກສິ່ງຈະເປັນໄປໂດຍດີສຳລັບພວກເຮົາ ຖ້າພວກເຮົາເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ.”