23 ສະນັ້ນ ໂຢຊວຍຈຶ່ງໄດ້ຮ້ອງຂໍວ່າ, “ຖ້າຢ່າງນັ້ນ ຈົ່ງປະຖິ້ມບັນດາພະຂອງຊາວຕ່າງຊາດທີ່ພວກເຈົ້າມີຢູ່ ແລະຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຢ່າງສັດຊື່.”
ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ສະຖິດຢູ່ທ່າມກາງພວກເຮົາ ດັ່ງທີ່ພຣະອົງໄດ້ສະຖິດຢູ່ກັບປູ່ຍ່າຕາຍາຍຂອງພວກເຮົານັ້ນເຖີດ; ຂໍພຣະອົງຢ່າປະຖິ້ມພວກເຮົາ;
ຂໍພຣະອົງບັນດານໃຫ້ພວກເຮົາເຊື່ອຟັງພຣະອົງ ເພື່ອວ່າພວກເຮົາຈະດຳເນີນຊີວິດຕາມທີ່ພຣະອົງຕ້ອງການໃຫ້ດຳເນີນ ແລະຖືຮັກສາກົດບັນຍັດແລະຄຳສັ່ງທຸກຂໍ້ທີ່ພຣະອົງໄດ້ມອບໃຫ້ປູ່ຍ່າຕາຍາຍຂອງພວກເຮົາ.
ຂໍຊົງໂຜດໃຫ້ຂ້ານ້ອຍມີໃຈປາຖະໜາຢາກເຊື່ອຟັງກົດບັນຍັດຂອງພຣະອົງ ແທນທີ່ຈະຢາກໄດ້ແຕ່ຄວາມຮັ່ງມີ.
ໂຜດຮັກສາຂ້ານ້ອຍໄວ້ບໍ່ໃຫ້ຢາກກະທຳຜິດ ທັງສົມຮູ້ຮ່ວມຄິດກັບການກະທຳຂອງຄົນຊົ່ວຮ້າຍ. ຂໍຢ່າສູ່ໃຫ້ຂ້ານ້ອຍໄດ້ເຂົ້າໄປຮ່ວມໃນງານ ບ່ອນທີ່ພວກເຂົາສັງສັນກິນລ້ຽງກັນນັ້ນຈັກເທື່ອ.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບນັ້ນ ຈົ່ງອ້າປາກຂອງເຈົ້າໃຫ້ກວ້າງແລະເຮົາຈະປ້ອນເຈົ້າໃຫ້ອີ່ມ.
ຢ່າເຮັດຮູບພະເປັນເງິນເປັນຄຳ ໄວ້ຂາບໄຫວ້ຄຽງຄູ່ເຮົາເດັດຂາດ.
ຈົ່ງໃຊ້ຫູຟັງສິ່ງທີ່ມີປັນຍາ ແລະຈົ່ງໃສ່ໃຈປະຕິບັດຕາມຄວາມເຂົ້າໃຈໃນປັນຍານັ້ນ.
ເອຟຣາອິມເອີຍ ເຮົາຈະບໍ່ກ່ຽວກັບຮູບເຄົາຣົບຕໍ່ໄປ; ເຮົາຈະຕອບຄຳພາວັນນາອະທິຖານແລະດູແລພວກເຂົາ; ເຮົາຈະເປັນທີ່ເພິ່ງໃຫ້ພວກເຂົາ ດັ່ງຕົ້ນໄມ້ໃບຂຽວສົດ ເຮົາເປັນບໍ່ເກີດແຫ່ງພຣະພອນຂອງພວກເຂົາທັງສິ້ນ.”
ແລະບັດນີ້ ຈົ່ງຍົກຍໍໃຫ້ກຽດພຣະເຈົ້າຢາເວ ແລະບົວລະບັດຮັບໃຊ້ພຣະອົງຢ່າງຈິງໃຈແລະສັດຊື່. ຈົ່ງປະຖິ້ມບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າເຄີຍຂາບໄຫວ້ໃນເມໂຊໂປຕາເມຍ ແລະໃນປະເທດເອຢິບນັ້ນສາ ແລະຈົ່ງບົວລະບັດຮັບໃຊ້ແຕ່ພຣະເຈົ້າຢາເວເທົ່ານັ້ນ.