Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:20 - ພຣະຄຳພີສັກສິ

20 ແລະ​ຖ້າ​ພວກເຈົ້າ​ປະຖິ້ມ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ບັນດາ​ພະ​ຂອງ​ຕ່າງຊາດ​ແລ້ວ ພຣະອົງ​ກໍ​ຈະ​ຫັນ​ມາ​ຕໍ່ສູ້ ແລະ​ລົງໂທດ​ພວກເຈົ້າ. ພຣະອົງ​ຈະ​ທຳລາຍ​ພວກເຈົ້າ ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ດີ​ຕໍ່​ພວກເຈົ້າ​ກໍຕາມ.”

Uka jalj uñjjattʼäta Copia luraña




ໂຢຊວຍ 24:20
19 Jak'a apnaqawi uñst'ayäwi  

ສະນັ້ນ ປະຊາຊົນ​ຂອງ​ຂ້າພະເຈົ້າ​ເອີຍ ບັດນີ້ ໂດຍ​ຊ້ອງໜ້າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ ຕໍ່​ການໄດ້ຍິນ​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຢູ່​ຕໍ່​ໜ້າທີ່​ປະຊຸມ​ຂອງ​ຊາວ​ອິດສະຣາເອນ​ທັງໝົດ​ນີ້; ຂ້າພະເຈົ້າ​ຈຶ່ງ​ຂໍ​ສັ່ງ​ພວກທ່ານ​ທຸກຄົນ​ໃຫ້​ເຊື່ອຟັງ​ຢ່າງ​ເອົາໃຈໃສ່ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ສັ່ງ​ພວກເຮົາ​ໄວ້​ທຸກປະການ; ເພື່ອ​ວ່າ​ພວກທ່ານ​ຈະ​ໄດ້​ສືບຕໍ່​ເປັນ​ກຳມະສິດ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ຊຶ່ງ​ພວກທ່ານ​ຈະ​ໄດ້​ສືບທອດ​ໃຫ້​ເຊັ່ນ​ຕໍ່ໆໄປ​ໄດ້.”


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ແລະ​ລາວ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ອາສາ. ລາວ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພະຣາຊາ ແລະ​ພວກທ່ານ​ທີ່​ເປັນ​ຊາວ​ຢູດາ​ແລະ​ຊາວ​ເບັນຢາມິນ​ເອີຍ ຈົ່ງ​ຟັງ​ຂ້ານ້ອຍ​ເຖີດ ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ນຳ​ພວກທ່ານ ຕາບໃດ​ທີ່​ພວກທ່ານ​ຢູ່​ກັບ​ພຣະອົງ. ຖ້າ​ພວກທ່ານ​ຊອກ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ພວກທ່ານ​ໄດ້​ພົບ​ພຣະອົງ; ແຕ່​ຖ້າ​ພວກທ່ານ​ຫັນໜີ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ພວກທ່ານ.


ຂ້າພະເຈົ້າ​ບໍ່​ກ້າ​ຂໍ​ທະຫານ​ມ້າ​ຈາກ​ກະສັດ​ໃຫ້​ມາ​ຮັກສາ​ພວກເຮົາ​ຈາກ​ສັດຕູ​ໃນ​ການ​ເດີນທາງ ເພາະ​ຂ້າພະເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ພຣະເຈົ້າ​ຂອງ​ພວກເຮົາ​ອວຍພອນ​ທຸກໆ​ຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ, ແຕ່​ພຣະອົງ​ບໍ່​ພໍໃຈ​ແລະ​ລົງໂທດ​ທຸກໆ​ຄົນ​ທີ່​ຫັນໜີ​ຈາກ​ພຣະອົງ.


ຖ້າ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງເຮົາ ແລະ​ທັງ​ບໍ່​ຮັກສາ​ຂໍ້ຄຳສັ່ງ​ຂອງເຮົາ​ດ້ວຍ.


ແຕ່​ພຣະອົງ​ຈະ​ທຳລາຍ​ທຸກຄົນ​ທີ່​ເຮັດ​ບາບ​ແລະ​ກະບົດ​ຕໍ່​ພຣະອົງ; ພຣະອົງ​ຈະ​ຂ້າ​ທຸກຄົນ​ທີ່​ປະຖິ້ມ​ພຣະອົງ.


ແຕ່​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ ແລະ​ເຮັດ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ເສົ້າໝອງ. ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຂົາ ແລະ​ຕໍ່ສູ້​ພວກເຂົາ.


ພຣະເຈົ້າຢາເວ​ຄື​ຄວາມຫວັງ​ຂອງ​ອິດສະຣາເອນ ທຸກຄົນ​ທີ່​ປະຖິ້ມ​ພຣະອົງ​ຈະ​ໄດ້​ຖືກ​ອັບອາຍ​ຂາຍໜ້າ. ພວກເຂົາ​ຈະ​ດັບສູນໄປ ດັ່ງ​ຊື່​ທີ່​ຖືກ​ບັນທຶກ​ໃນ​ຂີ້ຝຸ່ນ​ດິນ ເພາະ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ​ອົງ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ.


ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.


ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ຫັນ​ໜ້າ​ໜີ​ຈາກ​ພວກເຂົາ ແລະ​ປະ​ໃຫ້​ພວກເຂົາ​ຂາບໄຫວ້​ບັນດາ​ດວງດາວ​ໃນ​ທ້ອງຟ້າ ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ບັນດາ​ຜູ້ທຳນວາຍ​ວ່າ, ‘ໂອ ປະຊາຊົນ​ອິດສະຣາເອນ​ເອີຍ ສັດ​ທີ່​ໄດ້​ຂ້າ​ຖວາຍ ແລະ​ເຄື່ອງ​ບູຊາ​ນັ້ນ ພວກເຈົ້າ​ບໍ່ໄດ້​ເອົາ​ມາ​ຖວາຍ​ແກ່​ເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ລະຫວ່າງ​ສີ່ສິບ​ປີ​ດອກຕີ້.


ເຖິງແມ່ນ​ວ່າ ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ດົນນານ ແລະ​ມີ​ລູກຫລານ​ເຫຼັນ​ກໍຕາມ ຢ່າ​ເຮັດ​ບາບ​ໂດຍ​ສ້າງ​ຮູບເຄົາຣົບ​ໃດໆ​ເພື່ອ​ຂາບໄຫວ້. ອັນ​ນີ້​ເປັນ​ສິ່ງ​ຊົ່ວຮ້າຍ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ຖ້າ​ເປັນ​ເຊັ່ນນັ້ນ ຂ້າພະເຈົ້າ​ຂໍ​ໃຫ້​ສະຫວັນ​ກັບ​ແຜ່ນດິນ​ໂລກ ຈົ່ງ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃນ​ວັນນີ້ ແລະ​ພວກເຈົ້າ​ຈະ​ດັບສູນ​ຈາກ​ດິນແດນ​ນີ້​ໃນບໍ່ຊ້າ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ຍາວນານ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຢຶດຄອງ​ນັ້ນ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ.


ແຕ່​ຄົນ​ຊອບທຳ​ຂອງເຮົາ ຈະ​ມີ​ຊີວິດ​ຢູ່​ດ້ວຍ​ຄວາມເຊື່ອ ຖ້າ​ຄົນ​ໃດ​ຫາກ​ຫລົບ​ຖອຍຫລັງ ເຮົາ​ຈະ​ບໍ່​ພໍໃຈ​ໃນ​ຄົນ​ນັ້ນ.”


ປະຊາຊົນ​ເວົ້າ​ກັບ​ໂຢຊວຍ​ວ່າ, “ບໍ່ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


ແຕ່​ຖ້າ​ພວກເຈົ້າ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ທັງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ແລ້ວ​ມື​ຂອງ​ພຣະເຈົ້າຢາເວ​ຈະ​ຕໍ່ສູ້​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ດ້ວຍ.


ແຕ່​ຖ້າ​ພວກເຈົ້າ​ຍັງ​ດຳເນີນ​ຊີວິດ​ຢູ່​ໃນ​ຄວາມບາບ ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka