Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:2 - ພຣະຄຳພີສັກສິ

2 ໂຢຊວຍ​ໄດ້​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ‘ດົນນານ​ມາ​ແລ້ວ ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທາງ​ຟາກ​ແມ່ນໍ້າ​ເອີຟຣັດ​ພຸ້ນ ແລະ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ຜູ້ໜຶ່ງ​ໃນ​ຄົນ​ເຫຼົ່ານັ້ນ​ແມ່ນ​ເຕຣາ ພໍ່​ຂອງ​ອັບຣາຮາມ​ແລະ​ນາໂຮ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:2
16 Jak'a apnaqawi uñst'ayäwi  

ເມື່ອ​ເສຣຸກ​ອາຍຸ​ໄດ້ 30 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ນາໂຮ;


ເມື່ອ​ນາໂຮ​ອາຍຸ​ໄດ້ 29 ປີ ເພິ່ນ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ, ເຕຣາ;


ເມື່ອ​ເຕຣາ​ອາຍຸ​ໄດ້ 70 ປີ ເພິ່ນ​ມີ​ລູກຊາຍ​ສາມ​ຄົນ​ດັ່ງນີ້: ອັບຣາມ, ນາໂຮ ແລະ​ຮາຣານ.


ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ເຕຣາ ຜູ້​ເປັນ​ພໍ່​ຂອງ​ອັບຣາມ, ນາໂຮ ແລະ​ຮາຣານ. ຮາຣານ​ເປັນ​ພໍ່​ຂອງ​ໂລດ


ລາບານ​ອອກ​ໄປ​ຕັດ​ຂົນແກະ ແລະ​ໃນ​ຂະນະທີ່​ເພິ່ນ​ບໍ່​ຢູ່​ນັ້ນ ນາງ​ຣາເຊັນ​ໄດ້​ເຂົ້າ​ໄປ​ລັກ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງ​ພໍ່​ຕົນ​ໄປ​ນຳ.


ຂ້ອຍ​ຮູ້​ວ່າ​ເຈົ້າ​ປົບໜີ ເພາະ​ຢາກ​ກັບ​ເມືອ​ບ້ານ​ແຮງ, ແຕ່​ເປັນຫຍັງ ເຈົ້າ​ຈຶ່ງ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງຂ້ອຍ​ມາ​ນຳ.”


ແຕ່​ຖ້າ​ເຈົ້າ​ພົບ​ຮູບເຄົາຣົບ​ນຳ​ຜູ້ໃດ​ຜູ້ໜຶ່ງ​ໃນ​ທີ່​ນີ້ ໃຫ້​ຂ້າ​ຜູ້ນັ້ນ​ຖິ້ມ​ໂລດ. ຄົນ​ຂອງເຮົາ​ກໍ​ຢູ່​ທີ່​ນີ້​ເພື່ອ​ເປັນ​ພະຍານ. ຈົ່ງ​ຄົ້ນ​ຫາ​ເອົາ​ທຸກສິ່ງ​ທີ່​ເປັນ​ຂອງ​ເຈົ້າ​ຄືນ​ໄປ.” ຢາໂຄບ​ບໍ່​ຮູ້​ວ່າ ຣາເຊັນ​ໄດ້​ລັກ​ເອົາ​ຮູບເຄົາຣົບ​ມາ​ນຳ.


ພຣະເຈົ້າ​ຂອງ​ອັບຣາຮາມ ແລະ​ພຣະເຈົ້າ​ຂອງ​ນາໂຮ ຈະ​ເປັນ​ຜູ້ຕັດສິນ​ລະຫວ່າງ​ພວກເຮົາ​ທັງສອງ.” ແລ້ວ​ຢາໂຄບ​ກໍ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າ ອົງ​ທີ່​ອີຊາກ​ພໍ່​ຂອງຕົນ​ນະມັດສະການ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເອົາ​ຮູບ​ພະ​ທັງໝົດ​ຂອງ​ຄົນຕ່າງຊາດ ຊຶ່ງ​ພວກເຂົາ​ມີ​ຢູ່​ກັບ​ຕຸ້ມຫູ​ທີ່​ພວກເຂົາ​ໃສ່​ຢູ່​ມອບ​ໃຫ້​ຢາໂຄບ. ເພິ່ນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ໄປ​ຝັງ​ໄວ້​ໃຕ້​ຕົ້ນ​ໝາກກໍ່​ໃກ້​ກັບ​ເມືອງ​ຊີເຄມ.


ແລະ​ອັບຣາມ (ເອີ້ນ​ກັນ​ອີກ​ວ່າ​ອັບຣາຮາມ).


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


ຈົ່ງ​ບອກ​ນະຄອນ​ເຢຣູຊາເລັມ ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ຕໍ່​ນາງ: ເຈົ້າ​ໄດ້​ເກີດ​ໃນ​ດິນແດນ​ການາອານ. ພໍ່​ຂອງ​ເຈົ້າ​ເປັນ​ຊາວ​ອາໂມ ແລະ​ແມ່​ຂອງ​ເຈົ້າ​ເປັນ​ຊາວ​ຮິດຕີ.


ຢູດາ​ເປັນ​ລູກຊາຍ​ຂອງ​ຢາໂຄບ, ຢາໂຄບ​ເປັນ​ລູກຊາຍ​ຂອງ​ອີຊາກ, ອີຊາກ​ເປັນ​ລູກຊາຍ​ຂອງ​ອັບຣາຮາມ, ອັບຣາຮາມ​ເປັນ​ລູກຊາຍ​ຂອງ​ເຕຣາ, ເຕຣາ​ເປັນ​ລູກຊາຍ​ຂອງ​ນາໂຮ,


ແລ້ວ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ເລົ່າ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: ‘ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ເປັນ​ນັກ​ພະຈົນໄພ​ຊາວ​ອາຣາມ ຜູ້​ທີ່​ໄດ້​ນຳ​ຄອບຄົວ​ຂອງຕົນ​ໄປ​ອາໄສ​ຢູ່​ປະເທດ​ເອຢິບ. ເມື່ອ​ໄປ​ນັ້ນ​ພວກເພິ່ນ​ມີ​ແຕ່​ໜ້ອຍ​ຄົນ ແຕ່​ພວກເພິ່ນ​ໄດ້​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka