Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:17 - ພຣະຄຳພີສັກສິ

17 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ນຳພາ​ພໍ່​ແມ່ ແລະ​ພວກເຮົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ພວກເຮົາ​ໄດ້​ເຫັນ​ການ​ອັດສະຈັນ​ຕ່າງໆ​ທີ່​ພຣະອົງ​ໄດ້​ເຮັດ. ພຣະອົງ​ໄດ້​ຄຸ້ມຄອງ​ພວກເຮົາ​ໃຫ້​ປອດໄພ ບໍ່​ວ່າ​ບ່ອນ​ໃດ​ກໍຕາມ​ທີ່​ພວກເຮົາ​ໄດ້​ຜ່ານ​ໄປ​ໃນ​ທ່າມກາງ​ທຸກ​ຊົນຊາດ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:17
14 Jak'a apnaqawi uñst'ayäwi  

ແຕ່​ພວກເຮົາ​ຍັງ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ບໍ່ໄດ້​ປະຖິ້ມ​ພຣະອົງ. ພວກ​ປະໂຣຫິດ​ທີ່​ໄດ້​ສືບ​ເຊື້ອສາຍ​ຈາກ​ອາໂຣນ ກໍ​ເຮັດ​ໜ້າທີ່​ຮັບໃຊ້​ພຣະເຈົ້າຢາເວ​ໂດຍ​ມີ​ຊາວ​ເລວີ​ຊ່ວຍ​ພວກເຂົາ.


ຕໍ່ໄປ​ພາຍໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ການ​ເຮັດ​ແບບນີ້​ໝາຍຄວາມວ່າ​ຢ່າງ​ໃດ?’ ກໍ​ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ວ່າ, ‘ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.


“ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.


ເຮົາ​ເປັນ​ພຣະເຈົ້າ​ຈະ​ດູແລ​ພວກເຈົ້າ​ເອງ ຈົນກວ່າ​ເຖົ້າແກ່​ຊະຣາ​ຜົມ​ເປັນ​ສີເຖົ່າ. ເຮົາ​ໄດ້​ສ້າງ​ພວກເຈົ້າ​ແລະ​ຈະ​ເປັນ​ຜູ້​ດູແລ ເຮົາ​ຈະ​ຊ່ວຍຊູ​ແລະ​ຊ່ວຍກູ້​ເອົາ​ພວກເຈົ້າ.”


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຫັນ​ຕໍ່ໜ້າ​ຕົນເອງ​ແລ້ວ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຟາໂຣ​ກະສັດ​ຂອງ​ປະເທດ​ເອຢິບ​ຕໍ່​ບັນດາ​ຂ້າຣາຊການ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຢ່າງໃດ.


ແຕ່​ສ່ວນ​ຂອງ​ພຣະເຈົ້າຢາເວ​ແມ່ນ​ສຳລັບ​ພຣະອົງ ພວກ​ເຊື້ອສາຍ​ຂອງ​ຢາໂຄບ​ເປັນ​ມໍຣະດົກ​ຂອງ​ພຣະອົງ​ເອງ.


ຈົ່ງ​ລະນຶກເຖິງ​ໂຣກ​ລະບາດ​ອັນ​ໜ້າຢ້ານກົວ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ ພ້ອມ​ທັງ​ຣິດທານຸພາບ​ແລະ​ພະລັງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ເຫຼົ່ານີ້ ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້.


ປະຊາຊົນ​ໄດ້​ຕອບ​ວ່າ, “ພວກເຮົາ​ຈະ​ບໍ່​ໜີ​ຈາກ​ພຣະເຈົ້າຢາເວ​ຈັກເທື່ອ ແລະ​ຈະ​ບໍ່​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.


ພຣະເຈົ້າຢາເວ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ອອກ​ໄປ ໃນ​ຂະນະທີ່​ພວກເຮົາ​ກຳລັງ​ບຸກໜ້າ​ເຂົ້າ​ໄປ. ສະນັ້ນ ພວກເຮົາ​ຈຶ່ງ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka