ໂຢຊວຍ 24:16 - ພຣະຄຳພີສັກສິ16 ປະຊາຊົນໄດ້ຕອບວ່າ, “ພວກເຮົາຈະບໍ່ໜີຈາກພຣະເຈົ້າຢາເວຈັກເທື່ອ ແລະຈະບໍ່ໄປບົວລະບັດຮັບໃຊ້ພະອື່ນ. Uka jalj uñjjattʼäta |
ພວກຂ້ອຍບໍ່ອາດທໍລະຍົດຕໍ່ພຣະເຈົ້າຢາເວ ຫລືເຊົາຕິດຕາມພຣະເຈົ້າຢາເວໃນວັນນີ້ ໂດຍສ້າງແທ່ນບູຊາຂຶ້ນເພື່ອເຜົາເຄື່ອງຖວາຍບູຊາ ຫລືເພື່ອຖວາຍບູຊາພືດຜົນເປັນເມັດ ຫລືຖວາຍເພື່ອຄວາມສາມັກຄີທຳ. ພວກຂ້ອຍບໍ່ຍອມສ້າງແທ່ນບູຊາໃດໆດອກ ນອກຈາກແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຊຶ່ງຕັ້ງຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະອົງ.”
ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”