Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 24:14 - ພຣະຄຳພີສັກສິ

14 ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 24:14
34 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ດັ່ງນັ້ນ ຢາໂຄບ​ຈຶ່ງ​ບອກ​ຄົນ​ຢູ່​ໃນ​ຄອບຄົວ ແລະ​ທຸກຄົນ​ທີ່​ອາໄສ​ຢູ່​ນຳ​ຕົນ​ວ່າ, “ຈົ່ງ​ຖິ້ມ​ຮູບ​ພະ​ຂອງ​ຄົນຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ; ຈົ່ງ​ຊຳລະ​ຕົວ​ໃຫ້​ໝົດ​ມົນທິນ ແລະ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະອາດ.


“ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈົດຈຳ​ບໍ​ວ່າ​ຂ້ານ້ອຍ​ໄດ້​ບົວລະບັດ​ຮັບໃຊ້​ພຣະອົງ ດ້ວຍ​ຄວາມສັດຊື່ ແລະ​ຈົງຮັກ​ພັກດີ; ຂ້ານ້ອຍ​ໄດ້​ພະຍາຍາມ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ​ສະເໝີມາ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ.


ຊຶ່ງ​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ຂ້ານ້ອຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ. ພວກເພິ່ນ​ບອກ​ພວກ​ຂ້ານ້ອຍ​ວ່າ, ດິນແດນ​ທີ່​ພວກ​ຂ້ານ້ອຍ​ຈະ​ຢຶດເອົາ​ນັ້ນ​ເປັນ​ດິນແດນ​ທີ່​ມີ​ມົນທິນ ເພາະ​ຄົນ​ຢູ່​ໃນ​ບ່ອນ​ນັ້ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດ​ແລະ​ສົກກະປົກ​ຢູ່​ທົ່ວ​ໄປ.


ຢູ່​ໃນ​ດິນແດນ​ອູເຊ ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂຢບ. ລາວ​ນະມັດສະການ​ພຣະເຈົ້າ​ແລະ​ສັດຊື່​ຕໍ່​ພຣະອົງ. ລາວ​ເປັນ​ຄົນດີ​ແລະ​ລະມັດ​ລະວັງຕົວ​ບໍ່​ເຮັດ​ຊົ່ວ.


ພຣະເຈົ້າ​ໄດ້​ກ່າວ​ອອກ​ເປັນຖ້ອຍ​ເປັນຄຳ​ ແກ່​ມວນ​ມະນຸດ​ທັງຫລາຍ​ດັ່ງ​ຕໍ່​ລົງ​ໄປ​ນີ້: ‘ເພື່ອ​ຈະ​ມີ​ປັນຍາ​ຕ້ອງ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຂົ້າໃຈ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.”’


ຄວາມ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່​ເກີດ​ແຫ່ງ​ສະຕິປັນຍາ ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຈະ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຄຳ​ຍ້ອງຍໍ​ສັນລະເສີນ​ຈົ່ງ​ມີ​ແດ່​ພຣະອົງ​ຕະຫລອດໄປ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ດຳເນີນ​ຊີວິດ ຢ່າງ​ບໍ່ມີ​ຄວາມຜິດ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.


ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ຄົບຖ້ວນ ແລະ​ໃຫ້​ຂ້ານ້ອຍ​ຫວິດ​ຈາກ​ການ​ອັບອາຍ​ຂາຍໜ້າ.


ແຕ່​ພຣະອົງ​ຍົກໂທດ​ໃຫ້​ແກ່​ພວກ​ຂ້ານ້ອຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ໄດ້​ຢຳເກງ​ຢູ່​ຊ້ອງໜ້າ​ຂອງ​ພຣະອົງ.


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ຈົ່ງ​ອ້າ​ປາກ​ຂອງ​ເຈົ້າ​ໃຫ້​ກວ້າງ​ແລະ​ເຮົາ​ຈະ​ປ້ອນ​ເຈົ້າ​ໃຫ້​ອີ່ມ.


ແຕ່​ເຮົາ​ກັບ​ໄດ້​ເຕືອນ​ພວກ​ຊາວໜຸ່ມ​ໃນ​ທ່າມກາງ​ພວກເຂົາ​ວ່າ: ຢ່າ​ຢຶດຖື​ບັນດາ​ກົດບັນຍັດ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ​ຂຶ້ນ; ຢ່າ​ເຮັດ​ຕາມ​ປະເພນີ​ຂອງ​ເຂົາ ຫລື​ຢ່າ​ປະພຶດ​ຕົນ​ໃຫ້​ເປັນ​ມົນທິນ ເພາະ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ.


ເມື່ອ​ພວກເຂົາ​ຍັງ​ເປັນ​ສາວ​ຢູ່​ໃນ​ເອຢິບ​ນັ້ນ ພວກເຂົາ​ໄດ້​ເສຍຕົວ​ຈົນ​ກາຍເປັນ​ຍິງໂສເພນີ.


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ບໍ່​ເຮັດ​ຜິດ​ອີກ​ຕໍ່ໄປ​ຄື: ຈະ​ບໍ່​ຂ້າ​ສັດ​ຂອງ​ພວກເຂົາ​ຖວາຍ​ແກ່​ຜີປີສາດ​ແບ້. ປະຊາຊົນ​ອິດສະຣາເອນ​ຕ້ອງ​ຢຶດຖື​ລະບຽບ​ການ​ນີ້​ໄວ້ ທຸກຍຸກ​ທຸກສະໄໝ​ສືບໄປ.


ບໍ່ແມ່ນ​ດອກ ພຣະເຈົ້າຢາເວ​ໄດ້​ບອກ​ພວກເຮົາ​ວ່າ ແມ່ນ​ຫຍັງ​ເປັນ​ສິ່ງ​ທີ່​ດີ. ສິ່ງ​ທີ່​ພຣະອົງ​ຕ້ອງການ​ຈາກ​ພວກເຮົາ​ນັ້ນ​ແມ່ນ​ດັ່ງນີ້: ເຮັດ​ສິ່ງ​ທີ່​ຖືກຕ້ອງ, ສະແດງ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ໃຊ້​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ກັບ​ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຖ່ອມໃຈ.


ສ່ວນ​ເມັດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ພວກ​ທີ່​ໄດ້ຍິນ​ພຣະທຳ ແລະ​ຢຶດຖື​ເອົາ​ໄວ້​ດ້ວຍ​ໃຈ​ສັດຊື່​ແລະ​ເຊື່ອຟັງ ຈຶ່ງ​ທົນ​ໄດ້​ຈົນ​ເກີດຜົນ.”


ໃນ​ຂະນະ​ນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ແຂວງ​ຄາລີເລ ແລະ ຊາມາເຣຍ ຈຶ່ງ​ມີ​ຄວາມ​ສະຫງົບສຸກ​ແລະ​ຈະເລີນ​ຂຶ້ນ ພ້ອມ​ກັນ​ນັ້ນ​ກໍ​ດຳເນີນ​ໄປ​ໃນ​ຄວາມ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຄຣິສຕະຈັກ​ກໍ​ເຕີບໂຕ​ຂຶ້ນ ສ່ວນ​ຈຳນວນ​ຄຣິສຕະຈັກ​ກໍ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໂດຍ​ໄດ້​ຮັບ​ການ​ຊົງ​ນຳ ຈາກ​ອົງ​ພຣະວິນຍານ​ບໍຣິສຸດເຈົ້າ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ນຳ​ທຸກຄົນ​ທີ່​ຮັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢ່າງ​ບໍ່​ຮູ້​ເສື່ອມສູນ.


“ບັດນີ້ ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຮຽກຮ້ອງ​ຕ້ອງການ​ຈາກ​ພວກເຈົ້າ ຄື: ຈົ່ງ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ທຸກສິ່ງ​ທີ່​ພຣະອົງ​ສັ່ງ. ຈົ່ງ​ຮັກ​ພຣະອົງ ແລະ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ


ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ​ບໍຣິບູນ​ເຖີດ.”


ຈົ່ງ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ນະມັດສະການ​ພຣະອົງ ແລະ​ສາບານ​ໃນ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສັງເກດ​ໄດ້​ວ່າ ສິ່ງໃດ​ປະເສີດ​ທີ່ສຸດ ແລະ​ເພື່ອ​ພວກເຈົ້າ​ຈະ​ເປັນ​ຄົນ​ບໍຣິສຸດ ບໍ່ມີ​ທີ່​ຕິຕຽນ​ໄດ້​ໃນ​ວັນ​ແຫ່ງ​ພຣະຄຣິດ.


ໂຢຊວຍ​ໄດ້​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ‘ດົນນານ​ມາ​ແລ້ວ ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທາງ​ຟາກ​ແມ່ນໍ້າ​ເອີຟຣັດ​ພຸ້ນ ແລະ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ຜູ້ໜຶ່ງ​ໃນ​ຄົນ​ເຫຼົ່ານັ້ນ​ແມ່ນ​ເຕຣາ ພໍ່​ຂອງ​ອັບຣາຮາມ​ແລະ​ນາໂຮ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ຮ້ອງ​ຂໍ​ວ່າ, “ຖ້າ​ຢ່າງ​ນັ້ນ ຈົ່ງ​ປະຖິ້ມ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່ ແລະ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຢ່າງ​ສັດຊື່.”


ຖ້າ​ພວກເຈົ້າ​ຢຳເກງ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ, ເຊື່ອຟັງ​ພຣະອົງ ແລະ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຖ້າ​ພວກເຈົ້າ​ກັບ​ກະສັດ​ຂອງ​ພວກເຈົ້າ​ຕິດຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄປ ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ເທົ່ານັ້ນ​ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ສັດຊື່ ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ. ຈົ່ງ​ຈົດຈຳ​ພາລະກິດ​ອັນ​ຍິ່ງໃຫຍ່ ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຈົ້າ.


ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka