12 ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ເພື່ອຂັບໄລ່ກະສັດຂອງຊາວອາໂມສອງຄົນອອກໜີນັ້ນ ເຮົາໄດ້ເຮັດໃຫ້ພວກເຂົາຕົກສະທ້ານຢ້ານກົວ. ດາບກັບໜ້າທະນູຂອງພວກເຈົ້າ ບໍ່ໄດ້ໃຊ້ການຫຍັງເລີຍ.
ຄືເຈົ້າສີໂຫນຜູ້ເປັນກະສັດຂອງຊາວອາໂມ ເຈົ້າໂອກກະສັດແຫ່ງບາຊານ ແລະກະສັດທຸກຄົນໃນການາອານດ້ວຍ.
ຫົ່ມຂອງມັນປົກຫຸ້ມພູໄວ້ໄດ້ ແລະເຄືອຂອງມັນກໍປົກຄຸມຕົ້ນສົນໃຫຍ່ທີ່ສຸດໄດ້.
ພຣະອົງໄດ້ຖາງປ່າແລະພວນດິນຄືນໃໝ່ໃຫ້ດີ ສຳລັບໃຫ້ເຄືອອະງຸ່ນປົ່ງງາມດີ ມັນມີຮາກຢັ່ງລົງເລິກຫລາຍແລະແຜ່ຜາຍອອກໄປ ທົ່ວທັງຜືນແຜ່ນດິນນັ້ນ.
ເຮົາຈະເຮັດໃຫ້ສັດຕູຂອງພວກເຈົ້າແຕກຕື່ນເສຍຂວັນ; ເຮົາຈະຂັບໄລ່ຊາວຮີວີ, ຊາວການາອານ ແລະຊາວຮິດຕີ ອອກໜີໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ.
ເຮົາຈະກຳນົດເຂດແດນຂອງພວກເຈົ້າໄວ້ ຕັ້ງແຕ່ອ່າວອາກາບາຈົນເຖິງທະເລເມດີແຕຣາເນ ແລະຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊີນາຍຈົນເຖິງແມ່ນໍ້າເອີຟຣັດ. ເຮົາຈະໃຫ້ພວກເຈົ້າມີອຳນາດເໜືອປະຊາຊົນຕ່າງໆໃນດິນແດນ ແລະພວກເຈົ້າຈະຂັບໄລ່ພວກເຂົາອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ.
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ຕັ້ງຫຼັກແຫຼ່ງ ຢູ່ໃນເຂດຂອງຊາວອາໂມຕະຫລອດມາ
ແລະໂມເຊໄດ້ສົ່ງພວກນັກສືບເຂົ້າໄປສອດແນມເບິ່ງຊ່ອງທາງ ທີ່ດີທີ່ສຸດເພື່ອເຂົ້າໂຈມຕີເມືອງຢາເຊ. ຊາວອິດສະຣາເອນຈຶ່ງຢຶດເອົາຕົວເມືອງໄດ້ ພ້ອມທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ ແລະໄດ້ຂັບໄລ່ຊາວອາໂມທີ່ອາໄສຢູ່ໃນເມືອງເຫຼົ່ານີ້ອອກໄປ.
ພຣະເຈົ້າຢາເວຈະທຳລາຍປະຊາຊົນເຫຼົ່ານັ້ນ ເໝືອນດັ່ງທີ່ພຣະອົງໄດ້ເອົາຊະນະກະສັດຂອງຊາວອາໂມ ຄືເຈົ້າສີໂຫນແລະເຈົ້າໂອກ ແລະໄດ້ທຳລາຍດິນແດນຂອງພວກເຂົາ.
ພວກເຂົາໄດ້ຢຶດຄອງດິນແດນຂອງເພິ່ນ ແລະດິນແດນຂອງເຈົ້າໂອກກະສັດແຫ່ງບາຊານ ແລະກະສັດຄົນໜຶ່ງອີກຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ທາງຟາກຕາເວັນອອກຂອງແມ່ນໍ້າຈໍແດນ.
ຍິ່ງໄປກວ່ານີ້ອີກ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍກັນ ແລະຈະທຳລາຍພວກທີ່ປົບໜີໄປຫລົບລີ້ຊ່ອນຕົວຢູ່.
ພວກເຮົາຕ່າງກໍໄດ້ຍິນວ່າ ພຣະເຈົ້າຢາເວໄດ້ບັນດານໃຫ້ທະເລແດງແຫ້ງຕໍ່ໜ້າພວກເຈົ້າ ເມື່ອພວກເຈົ້າກຳລັງອອກມາຈາກປະເທດເອຢິບ ພວກເຮົາຍັງໄດ້ຍິນອີກວ່າ ພວກເຈົ້າໄດ້ຂ້າເຈົ້າສີໂຫນແລະເຈົ້າໂອກ ກະສັດສອງຄົນຂອງຊາວອາໂມຢ່າງໃດ ທີ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.