ໂຢຊວຍ 24:11 - ພຣະຄຳພີສັກສິ11 ແລ້ວພວກເຈົ້າກໍໄດ້ພາກັນຂ້າມແມ່ນໍ້າຈໍແດນມາສູ່ເມືອງເຢຣິໂກ. ຊາວເມືອງເຢຣິໂກໄດ້ຕໍ່ສູ້ພວກເຈົ້າແລະຍັງມີພວກອື່ນອີກທີ່ຕໍ່ສູ້ພວກເຈົ້າ ເຊັ່ນ: ຊາວອາໂມ, ຊາວເປຣີຊີ, ຊາວການາອານ, ຊາວຮິດຕີ, ຊາວກີກາຊີ, ຊາວຮີວີ ແລະຊາວເຢບຸດ, ແຕ່ເຮົາໄດ້ໃຫ້ພວກເຈົ້າໄດ້ໄຊຊະນະພວກເຂົາທັງໝົດ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
“ເມື່ອພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ນຳພາພວກເຈົ້າໄປສູ່ດິນແດນທີ່ພວກເຈົ້າກຳລັງຈະເຂົ້າໄປຄອບຄອງ ແລະພຣະອົງຈະຂັບໄລ່ຫລາຍຊົນຊາດໃຫ້ອອກໜີໄປ. ເມື່ອພວກເຈົ້າບຸກເຂົ້າໄປນັ້ນ ພຣະອົງຈະຂັບໄລ່ເຈັດຊົນຊາດໃຫຍ່ ແລະມີອຳນາດກວ່າພວກເຈົ້າອອກໄປ ດັ່ງນີ້: ຊາວຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະເຢບຸດ.