9 ພຣະເຈົ້າຢາເວໄດ້ຂັບໄລ່ຊົນຊາດໃຫຍ່ ແລະມີອຳນາດອອກໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ ແລະບໍ່ມີຜູ້ໃດໃນພວກເຂົາສາມາດຕ້ານທານພວກເຈົ້າໄດ້.
ເພິ່ນເຮັດບາບຢ່າງໜ້າລະອາຍທີ່ສຸດໂດຍຂາບໄຫວ້ຮູບເຄົາຣົບດັ່ງຊາວອາໂມ. ພວກນີ້ແມ່ນພວກທີ່ພຣະເຈົ້າຢາເວໄດ້ຂັບໄລ່ໃຫ້ອອກໜີໄປ ເມື່ອພວກອິດສະຣາເອນໄດ້ບຸກໜ້າເຂົ້າມາ.
ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ. ເມື່ອປະຊາຊົນອິດສະຣາເອນຂອງພຣະອົງໄດ້ຍ້າຍເຂົ້າມາໃນດິນແດນນີ້ ພຣະອົງໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ທີ່ນີ້ອອກໄປ ແລະໄດ້ມອບດິນແດນໃຫ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງ ໃຫ້ເປັນມໍຣະດົກຂອງພວກເພິ່ນຕະຫລອດໄປ.
ເທວະດາຂອງເຮົາຈະນຳໜ້າພວກເຈົ້າໄປ ແລະຈະພາພວກເຈົ້າເຂົ້າໄປໃນດິນແດນຂອງຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ ແລະຊາວເຢບູດ ແລະເຮົາຈະທຳລາຍພວກເຂົາທັງໝົດ.
ແຕ່ເຮົາຈະຂັບໄລ່ພວກເຂົາອອກໄປເທື່ອລະເລັກລະນ້ອຍ ຈົນພວກເຈົ້າມີຈຳນວນພຽງພໍ ເພື່ອຢຶດຄອງເອົາດິນແດນເປັນກຳມະສິດ.
ຕໍ່ມາ ບັນພະບຸລຸດຂອງພວກເຮົາ ຜູ້ທີ່ໄດ້ຮັບຫໍເຕັນຈາກປູ່ຍ່າຕາຍາຍຂອງພວກຕົນ ກໍຫາມຫໍເຕັນໄປນຳ ເມື່ອພວກເຂົາໄປກັບໂຢຊວຍ. ເມື່ອຢຶດຄອງເອົາດິນແດນຈາກຊົນຊາດຕ່າງໆ ຊຶ່ງພຣະເຈົ້າໄດ້ຂັບໄລ່ອອກໃນຂະນະທີ່ພວກເຂົາບຸກໜ້າເຂົ້າໄປ ຫໍເຕັນນີ້ກໍມີສືບມາຈົນເຖິງສະໄໝຂອງກະສັດດາວິດ.
ແລ້ວພຣະເຈົ້າຢາເວກໍຈະຂັບໄລ່ຊົນຊາດເຫຼົ່ານັ້ນທັງໝົດອອກໜີ ເມື່ອພວກເຈົ້າບຸກໜ້າເຂົ້າໄປ ແລະພວກເຈົ້າຈະໄດ້ຢຶດຄອງດິນແດນທີ່ເປັນຂອງຊົນຊາດອື່ນທີ່ຍິ່ງໃຫຍ່ ແລະມີອຳນາດກວ່າພວກເຈົ້າ.
ພຣະອົງຈະໃຫ້ບັນດາກະສັດຂອງພວກເຂົາຢູ່ໃຕ້ອຳນາດຂອງພວກເຈົ້າ. ພວກເຈົ້າຈະຂ້າພວກເຂົາແລະບໍ່ມີໃຜຈະຈົດຈຳພວກເຂົາໄດ້ອີກເລີຍ ບໍ່ມີຜູ້ໃດຈະສາມາດຢັບຢັ້ງພວກເຈົ້າໄດ້ ພວກເຈົ້າຈະທຳລາຍພວກເຂົາທຸກຄົນ.
ໂຢຊວຍເອີຍ ຕາບໃດທີ່ເຈົ້າຍັງມີຊີວິດຢູ່ ຈະບໍ່ມີໃຜຊະນະເຈົ້າໄດ້. ເຮົາຈະຢູ່ກັບເຈົ້າດັ່ງທີ່ເຮົາໄດ້ຢູ່ກັບໂມເຊ ເຮົາຈະຢູ່ກັບເຈົ້າເລື້ອຍໄປ ເຮົາຈະບໍ່ປະຖິ້ມເຈົ້າ.
ສ່ວນກາເລັບກໍໄດ້ຂັບໄລ່ເຊື້ອສາຍຂອງອານາກ ຄືຕະກຸນເຊຊາຍ, ອາຮີມານ ແລະຕານໄມອອກໄປຈາກເມືອງ.
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຈະຂັບໄລ່ຊົນຊາດເຫຼົ່ານັ້ນໃຫ້ຖອຍໜີຈາກພວກເຈົ້າ ໃນຂະນະທີ່ພວກເຈົ້າບຸກໜ້າເຂົ້າໄປ. ພວກເຈົ້າຈະໄດ້ດິນແດນຂອງພວກເຂົາ ຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັນຍາໄວ້.
ແຕ່ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພວກເຈົ້າເຄີຍປະຕິບັດມາຈົນເທົ່າທຸກວັນນີ້.
ພຣະເຈົ້າຢາເວໄດ້ຂັບໄລ່ຊາວອາໂມທີ່ຢູ່ໃນດິນແດນນັ້ນອອກໄປ ໃນຂະນະທີ່ພວກເຮົາກຳລັງບຸກໜ້າເຂົ້າໄປ. ສະນັ້ນ ພວກເຮົາຈຶ່ງຈະຮັບໃຊ້ພຣະເຈົ້າຢາເວ ເພາະພຣະອົງເປັນພຣະເຈົ້າຂອງພວກເຮົາ.”