ໂຢຊວຍ 23:8 - ພຣະຄຳພີສັກສິ8 ແຕ່ຈົ່ງສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຕາມທີ່ພວກເຈົ້າເຄີຍປະຕິບັດມາຈົນເທົ່າທຸກວັນນີ້. Uka jalj uñjjattʼäta |
ແຕ່ຜູ້ທີ່ແກ້ຄວາມຝັນຫລືຜູ້ທຳນວາຍ ທີ່ບອກພວກເຈົ້າໃຫ້ກະບົດຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍຕົກເປັນທາດ. ຄົນຊົ່ວຮ້າຍຢ່າງນີ້ຊັກຊວນພວກເຈົ້າໃຫ້ໜີຈາກທາງດຳເນີນຊີວິດ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງໄວ້ໃຫ້ເດີນຕາມ. ຈົ່ງກຳຈັດຄວາມຊົ່ວຮ້າຍນີ້ໃຫ້ດັບສິ້ນໄປຈາກທ່າມກາງພວກເຈົ້າ ພວກເຂົາຕ້ອງຖືກລົງໂທດເຖິງຕາຍ.
ຈົ່ງໃຫ້ແນ່ໃຈວ່າ ພວກເຈົ້າເຊື່ອຟັງກົດບັນຍັດທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຢາເວໄດ້ສັ່ງໄວ້ກັບພວກເຈົ້າຄື: ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງປະຕິບັດຕາມຄວາມປະສົງຂອງພຣະອົງ, ຈົ່ງເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ, ຈົ່ງສັດຊື່ຕໍ່ພຣະອົງ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະດ້ວຍສຸດຈິດ ຂອງພວກເຈົ້າ.”