Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:7 - ພຣະຄຳພີສັກສິ

7 ເພື່ອ​ພວກເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ກັບ​ປະຊາຊົນ​ຕ່າງໆ​ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ ຫລື​ຮ້ອງ​ຫາ​ພະ​ຂອງ​ພວກເຂົາ ຫລື​ສາບານ​ໃນ​ນາມ​ຂອງ​ບັນດາ​ພະ​ນັ້ນ ຫລື​ຂາບໄຫວ້​ມັນ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 23:7
23 Jak'a apnaqawi uñst'ayäwi  

ແລະ​ບໍ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ທີ່​ບໍ່​ໃຫ້​ຂາບໄຫວ້​ຮູບເຄົາຣົບ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຫວັງວ່າ​ພຣະເຈົ້າຢາເວ​ຄົງ​ຈະ​ອະໄພ​ໃຫ້ ໃນ​ເວລາ​ທີ່​ຂ້າພະເຈົ້າ​ຕິດຕາມ​ກະສັດ​ຂອງ​ຂ້າພະເຈົ້າ​ໄປ​ທີ່​ວິຫານ​ຂອງ​ພະ​ຣິມໂມນ ພະ​ຂອງ​ຊາວ​ຊີເຣຍ ແລະ​ຂາບໄຫວ້​ພະ​ນັ້ນ. ພຣະເຈົ້າຢາເວ​ຄົງ​ຈະ​ອະໄພ​ໃຫ້​ແກ່​ຂ້າພະເຈົ້າ​ຢ່າງ​ແນ່ນອນ.”


ແຕ່​ຖ້າ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ ບໍ່​ເຊື່ອຟັງ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ ແລະ​ຫັນ​ໄປ​ຂາບໄຫວ້​ບັນດາ​ພະອື່ນ,


ພວກ​ທີ່​ຊອກ​ພະອື່ນ​ໃຫ້​ເຫັນອົກເຫັນໃຈ ກໍ​ເຮັດ​ໃຫ້​ຕົນເອງ​ທຸກໃຈ​ເທົ່ານັ້ນ. ຂ້ານ້ອຍ​ຈະ​ບໍ່​ຮ່ວມ​ບູຊາ​ເລືອດ​ນຳ​ພວກເຂົາ ຈະ​ບໍ່​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ເຂົາເຈົ້າ.


ຢ່າ​ນົບ​ຫລື​ຂາບໄຫວ້​ຮູບ​ເຫຼົ່ານັ້ນ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ເປັນ​ພຣະເຈົ້າ​ທີ່​ຫວງແຫນ. ເຮົາ​ນຳ​ການ​ລົງໂທດ​ມາ​ສູ່​ພວກ​ທີ່​ກຽດຊັງ​ເຮົາ ຕະຫລອດ​ທັງ​ລູກຫລານ​ຂອງ​ພວກເຂົາ ເຖິງ​ສາມ ແລະ​ສີ່​ຊົ່ວ​ເຊັ່ນ​ຄົນ.


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ຢ່າ​ຍອມ​ໃຫ້​ພວກເຂົາ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຍອມ ພວກເຂົາ​ຈະ​ພາ​ພວກເຈົ້າ​ເຮັດ​ບາບ​ຕໍ່ສູ້​ເຮົາ. ຖ້າ​ພວກເຈົ້າ​ຂາບໄຫວ້​ພະ​ຂອງ​ພວກເຂົາ ການ​ກະທຳ​ເຊັ່ນນັ້ນ​ກໍ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ ສຳລັບ​ດັກຈັບ​ພວກເຈົ້າ​ເອງ.


ຢ່າ​ຍ່າງ​ຕາມ​ທາງ​ຂອງ​ຄົນຊົ່ວຮ້າຍ ຢ່າ​ເຮັດ​ຕາມ​ແບບຢ່າງ​ຂອງ​ຄົນ​ບໍ່​ດີ.


ຖ້າ​ພວກເຂົາ​ຍອມ​ຮັບ​ເອົາ​ວິທີ​ທາງ​ດຳເນີນ​ຊີວິດ ຂອງ​ປະຊາຊົນ​ຂອງເຮົາ​ດ້ວຍ​ໝົດຈິດ​ໝົດໃຈ ແລະ​ຈະ​ສາບານ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ດັ່ງ​ພວກເຂົາ​ໄດ້​ສັ່ງສອນ​ປະຊາຊົນ​ຂອງເຮົາ​ໃຫ້​ສາບານ​ຕໍ່​ພະບາອານ​ນັ້ນ ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງເຮົາ​ເໝືອນກັນ ແລະ​ພວກເຂົາ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ເຮົາ​ຈະ​ບໍ່​ໃຫ້​ນາງ​ເອີ່ຍ​ເຖິງ​ຊື່​ພະບາອານ​ອີກ​ຈັກເທື່ອ.


ເຮົາ​ຈະ​ທຳລາຍ​ທຸກຄົນ ທີ່​ຂຶ້ນ​ໄປ​ເທິງ​ຫລັງຄາ​ເຮືອນ​ເພື່ອ​ຂາບໄຫວ້​ດວງອາທິດ, ດວງເດືອນ ແລະ​ດວງດາວ​ຕ່າງໆ. ເຮົາ​ຍັງ​ຈະ​ທຳລາຍ​ພວກ​ທີ່​ນະມັດສະການ ແລະ​ສາບານ​ທີ່​ຈະ​ສັດຊື່​ຕໍ່​ພຣະເຈົ້າຢາເວ, ແຕ່​ແລ້ວ​ພັດ​ສາບານ​ໃນ​ນາມ​ຂອງ​ພະ​ມິນກົມ.


ເນໂບ, ບາອານ​ເມໂອນ (ຊື່​ນີ້​ຕໍ່ມາ​ໄດ້​ປ່ຽນ​ໃໝ່) ແລະ​ສິບມາ. ພວກເຂົາ​ໄດ້​ປ່ຽນ​ຊື່​ໃຫ້​ເມືອງ​ທີ່​ໄດ້​ສ້າງ​ຂຶ້ນ​ໃໝ່​ເຫຼົ່ານັ້ນ​ທັງໝົດ.


ແຕ່​ຖ້າ​ພວກເຈົ້າ​ຫາກ​ບໍ່​ໄລ່​ພວກເຂົາ​ອອກ​ໄປ​ໃຫ້​ໝົດ ພວກ​ທີ່​ເຫຼືອ​ຢູ່​ກໍ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຈົ້າ ດັ່ງ​ສ້ຽນ​ຄາຕາ ແລະ ຈະ​ຄ່ອຍ​ຕໍ່ສູ້​ພວກເຈົ້າ.


ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”


ຢ່າ​ເຂົ້າ​ໄປ​ມີ​ສ່ວນ​ໃດໆ​ກັບ​ການ​ກະທຳ​ຝ່າຍ​ຄວາມມືດ ອັນ​ບໍ່ມີ​ປະໂຫຍດ​ຫຍັງ ແຕ່​ຈົ່ງ​ເປີດເຜີຍ​ສິ່ງ​ເຫຼົ່ານັ້ນ ອອກ​ມາ​ສູ່​ຄວາມ​ສະຫວ່າງ​ກໍດີກວ່າ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ຈົ່ງ​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈົ່ງ​ນະມັດສະການ​ພຣະອົງ ແລະ​ສາບານ​ໃນ​ນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ຢ່າ​ຂາບໄຫວ້​ບັນດາ​ພະອື່ນໆ ຫລື​ພະ​ໃດໆ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຈົ້າ.


ຖ້າ​ພວກເຈົ້າ​ບໍ່​ສັດຊື່​ແລະ​ຮ່ວມມື​ກັບ​ຊົນຊາດ​ທັງຫລາຍ ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ​ແລະ​ແຕ່ງງານ​ກັບ​ພວກເຂົາ


ແຕ່​ຈົ່ງ​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຕາມ​ທີ່​ພວກເຈົ້າ​ເຄີຍ​ປະຕິບັດ​ມາ​ຈົນ​ເທົ່າ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka