Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:6 - ພຣະຄຳພີສັກສິ

6 ດັ່ງນັ້ນ ຈົ່ງ​ຕັ້ງໃຈ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ທຸກໆ​ສິ່ງ ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ປື້ມ​ກົດບັນຍັດ​ຂອງ​ໂມເຊ. ຢ່າ​ລະເລີຍ​ຂໍ້ໃດ​ຂໍ້ໜຶ່ງ

Uka jalj uñjjattʼäta Copia luraña




ໂຢຊວຍ 23:6
14 Jak'a apnaqawi uñst'ayäwi  

ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສັ່ງ​ເຈົ້າ​ໃຫ້​ເຮັດ; ຈົ່ງ​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ຕາມ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ເພື່ອ​ວ່າ​ເຈົ້າ​ຈະ​ສຳເລັດຜົນ​ໃນ​ທຸກສິ່ງ​ທີ່​ເຈົ້າ​ເຮັດ.


ຂ້ານ້ອຍ​ຈະ​ບໍ່​ກະທຳ​ຊົ່ວ​ອີກ​ຈັກເທື່ອ ຂ້ານ້ອຍ​ກຽດຊັງ​ການ​ກະທຳ​ຂອງ​ຄົນ​ທີ່​ຫັນໜີ​ຈາກ​ພຣະເຈົ້າ ແລະ​ຈະ​ບໍ່​ກ່ຽວຂ້ອງ​ສິ່ງໃດໆ​ກັບ​ເຂົາເຈົ້າ.


ຂ້ານ້ອຍ​ບໍ່ໄດ້​ປະຖິ້ມ​ຂໍ້​ແນະນຳ​ຈັກຢ່າງ​ເລີຍ. ດ້ວຍວ່າ, ຄູສອນ​ຂອງ​ຂ້ານ້ອຍ​ຄື​ພຣະອົງ.


ພວກເຂົາ​ຕຽມພ້ອມ​ທີ່​ຈະ​ເວົ້າ​ຕົວະ​ຢູ່​ສະເໝີ ຄວາມ​ບໍ່​ສັດຊື່​ແທນ​ຄວາມຈິງ​ປົກຄອງ​ດິນແດນ​ນີ້.” ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຂອງເຮົາ​ເຮັດ​ຊົ່ວ​ແລ້ວ​ເຮັດ​ຊົ່ວ​ອີກ ທັງ​ບໍ່ໄດ້​ຮັບຮູ້​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.”


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ຈົ່ງ​ເຮັດ​ທຸກສິ່ງ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້; ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ ຫລື​ຕັດ​ສິ່ງໃດ​ສິ່ງໜຶ່ງ​ເດັດຂາດ.”


ການ​ປະຕິບັດ​ເຊັ່ນນັ້ນ​ຈະ​ເຮັດ​ໃຫ້​ລາວ​ຄິດ​ຢູ່​ສະເໝີ​ວ່າ ຕົນ​ບໍ່ໄດ້​ດີກວ່າ​ພວກ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ ທັງ​ຈະ​ບໍ່​ຄິດ​ຝ່າຝືນ​ກົດບັນຍັດ​ດ້ວຍ ບໍ່​ວ່າ​ໃນ​ກໍລະນີ​ໃດໆ​ກໍຕາມ. ແລ້ວ​ລາວ​ກໍ​ຈະ​ປົກຄອງ​ຢູ່​ໄດ້​ຫລາຍ​ປີ ແລະ​ລູກຫລານ​ຂອງ​ລາວ​ກໍ​ຈະ​ໄດ້​ປົກຄອງ​ດິນແດນ​ອິດສະຣາເອນ​ໄປ​ໄດ້​ຫລາຍ​ເຊັ່ນຄົນ.”


ແຕ່​ພວກເຈົ້າ​ຢ່າ​ໄດ້​ຝ່າຝືນ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ​ຈັກເທື່ອ ຫລື​ຂາບໄຫວ້​ແລະ​ຮັບໃຊ້​ບັນດາ​ພະອື່ນ.”


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ໃຫ້​ແນ່ໃຈ​ວ່າ ພວກເຈົ້າ​ປະຕິບັດ​ຕາມ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ສັ່ງ​ໄວ້​ນັ້ນ. ຢ່າ​ຝ່າຝືນ​ກົດບັນຍັດ​ຂໍ້ໜຶ່ງ​ຂໍ້ໃດ​ຢ່າງ​ເດັດຂາດ.


ໃນ​ການ​ຕໍ່ສູ້​ກັບ​ບາບ​ນັ້ນ ເຈົ້າ​ທັງຫລາຍ​ບໍ່ໄດ້​ຕໍ່ສູ້​ເຖິງ​ຂະໜາດ​ເລືອດ​ຕົກ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka