Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:5 - ພຣະຄຳພີສັກສິ

5 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ໃຫ້​ຖອຍໜີ​ຈາກ​ພວກເຈົ້າ ໃນ​ຂະນະທີ່​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ. ພວກເຈົ້າ​ຈະ​ໄດ້​ດິນແດນ​ຂອງ​ພວກເຂົາ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.

Uka jalj uñjjattʼäta Copia luraña




ໂຢຊວຍ 23:5
9 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຊ້​ເທວະດາ​ນຳ​ໜ້າ​ໄປ ເພື່ອ​ປົກປັກ​ຮັກສາ​ພວກເຈົ້າ​ໃນ​ການ​ເດີນທາງ ທັງ​ຈະ​ນຳ​ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ໄດ້​ຈັດແຈງ​ໄວ້.


ເຮົາ​ຈະ​ສົ່ງ​ເທວະດາ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ເຮົາ​ຈະ​ຂັບໄລ່​ຊາວ​ການາອານ, ອາໂມ, ຮິດຕີ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ ອອກ​ໄປ.


ຈົ່ງ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ເຮົາ​ຈະ​ຂັບໄລ່​ຊາວ​ອາໂມ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ທີ່​ນັ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ຂັບໄລ່​ຊົນຊາດ​ເຫຼົ່ານັ້ນ​ທັງໝົດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ແລະ​ພວກເຈົ້າ​ຈະ​ໄດ້​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ອື່ນ​ທີ່​ຍິ່ງໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ.


ດິນແດນ​ເຫຼົ່ານີ້​ລວມເອົາ​ເຂດແດນ​ທັງໝົດ​ຂອງ​ຊາວ​ຊີໂດນ ຊຶ່ງ​ຢູ່​ຕາມ​ເຂດ​ເນີນພູ​ລະຫວ່າງ​ພູ​ເລບານອນ​ແລະ​ເມືອງ​ມີສະເຣໂຟດ​ມາອີມ. ເຮົາ​ຈະ​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ທັງໝົດ​ອອກ​ໜີ ເມື່ອ​ປະຊາຊົນ​ອິດສະຣາເອນ​ບຸກໜ້າ​ເຂົ້າ​ໄປ. ເຈົ້າ​ຈະ​ຕ້ອງ​ແບ່ງປັນ​ດິນແດນ​ນີ້​ໃຫ້​ຊາວ​ອິດສະຣາເອນ ຕາມ​ທີ່​ເຮົາ​ໄດ້​ສັ່ງ​ເຈົ້າ​ໃຫ້​ເຮັດ.


ເຮົາ​ຈຶ່ງ​ຈະ​ບໍ່​ຂັບໄລ່​ຊົນຊາດ​ໃດໆ ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນີ້​ໃຫ້​ອອກ​ໜີໄປ ເມື່ອ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka