Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:4 - ພຣະຄຳພີສັກສິ

4 ຂ້າພະເຈົ້າ​ໄດ້​ກຳນົດ​ໃຫ້​ເຜົ່າ​ຂອງ​ພວກເຈົ້າ ໄດ້​ເປັນ​ກຳມະສິດ​ດິນແດນ​ຂອງ​ຊົນຊາດ​ຕ່າງໆ​ທີ່​ເຫຼືອ​ຢູ່ ຕະຫລອດ​ທັງ​ທຸກ​ຊົນຊາດ​ທີ່​ຂ້າພະເຈົ້າ​ໄດ້​ຮົບ​ຊະນະ ຕັ້ງແຕ່​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ທາງ​ທິດ​ຕາເວັນຕົກ.

Uka jalj uñjjattʼäta Copia luraña




ໂຢຊວຍ 23:4
9 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ມອບ​ການາອານ​ໃຫ້ ເປັນ​ກຳມະສິດ​ຂອງ​ພວກເຈົ້າ​ແຕ່​ເທົ່ານັ້ນ.”


ພຣະອົງ​ໄລ່​ຄົນ​ພື້ນເມືອງ​ໜີ​ຂະນະທີ່​ປະຊາຊົນ ບຸກໜ້າ​ເຂົ້າ​ໄປ​ໂດຍ​ໄດ້​ແບ່ງປັນ​ດິນແດນ​ໃຫ້ ເປັນ​ກຳມະສິດ​ແກ່​ທຸກ​ເຜົ່າ​ຂອງ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ມີ​ທີ່​ຢູ່​ອາໄສ.


ແຕ່​ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ໄປ​ເທື່ອລະເລັກ​ລະນ້ອຍ ຈົນ​ພວກເຈົ້າ​ມີ​ຈຳນວນ​ພຽງພໍ ເພື່ອ​ຢຶດຄອງ​ເອົາ​ດິນແດນ​ເປັນ​ກຳມະສິດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ລຶບລ້າງ​ຊົນຊາດ​ທັງໝົດ​ໃຫ້​ສິ້ນສູນ​ແລ້ວ; ເຮົາ​ໄດ້​ທຳລາຍ​ເມືອງ​ທັງຫລາຍ​ຂອງ​ພວກເຂົາ ແລະ​ໄດ້​ປະປ່ອຍ​ໃຫ້​ກຳແພງ​ເມືອງ​ກັບ​ຫໍຄອຍ​ຕ່າງໆ ຮົກຮ້າງ​ເພພັງ. ເມືອງ​ຕ່າງໆ​ໄດ້​ກາຍເປັນ​ເມືອງ​ຮ້າງ; ຕາມ​ທ້ອງ​ຖະໜົນ​ຫົນທາງ​ຕ່າງໆ​ກໍ​ຫວ່າງເປົ່າ ບໍ່ມີ​ແມ່ນແຕ່​ຄົນດຽວ​ເລີຍ​ເຫຼືອ​ຢູ່.


“ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຈະ​ທຳລາຍ​ຊົນຊາດ​ຕ່າງໆ ເມື່ອ​ພວກເຈົ້າ​ບຸກລຸກ​ດິນແດນ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ກໍ​ຈະ​ຢຶດຄອງ​ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


ເຂດແດນ​ທັງໝົດ​ຂອງ​ຊາວ​ຟີລິດສະຕິນ​ແລະ​ຊາວ​ເກຊູ


ໂຢຊວຍ​ໄດ້​ໃຊ້​ສະຫລາກ​ໃຫ້​ພວກເຂົາ​ຢູ່​ທີ່​ຊີໂລ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ທຸກໆ​ເຜົ່າ​ທີ່​ເຫຼືອ​ຢູ່​ນັ້ນ ຕາມ​ສ່ວນແບ່ງ​ຂອງ​ໃຜ​ລາວ.


ເຮົາ​ຈຶ່ງ​ຈະ​ບໍ່​ຂັບໄລ່​ຊົນຊາດ​ໃດໆ ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ​ນີ້​ໃຫ້​ອອກ​ໜີໄປ ເມື່ອ​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka