ພຣະເຈົ້າຢາເວຈະລົງໂທດຊາດອິດສະຣາເອນ ແລະຊົນຊາດນີ້ຈະສັ່ນສະເທືອນເໝືອນຕົ້ນອໍ້ຢູ່ໃນນໍ້າ. ພຣະອົງຈະຖອນຮາກປະຊາຊົນແຫ່ງຊາດອິດສະຣາເອນອອກແຕ່ດິນແດນອັນດີນີ້ ທີ່ພຣະອົງໄດ້ມອບໃຫ້ພວກປູ່ຍ່າຕາຍາຍຂອງພວກເຂົາ; ແລະພຣະອົງຈະເຮັດໃຫ້ພວກເຂົາກະຈັດກະຈາຍເລີຍຟາກແມ່ນໍ້າເອີຟຣັດໄປ ຍ້ອນພວກເຂົາໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍ ໂດຍໄດ້ສ້າງຮູບເຄົາຣົບຂອງເຈົ້າແມ່ອາເຊຣາ.