Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:15 - ພຣະຄຳພີສັກສິ

15 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ຖື​ຮັກສາ​ຄຳສັນຍາ​ທຸກ​ຂໍ້ ທີ່​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ​ສັນໃດ ພຣະອົງ​ກໍ​ຈະ​ນຳ​ການ​ຂົ່ມຂູ່​ທຸກຢ່າງ​ມາ​ສູ່​ພວກເຈົ້າ​ສັນນັ້ນ ຈົນກວ່າ​ພຣະອົງ​ຈະ​ທຳລາຍ​ພວກເຈົ້າ​ເສຍ​ຈາກ​ດິນແດນ​ອັນ​ສວຍງາມ​ນີ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña




ໂຢຊວຍ 23:15
18 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ແລະ​ຊົນຊາດ​ນີ້​ຈະ​ສັ່ນສະເທືອນ​ເໝືອນ​ຕົ້ນອໍ້​ຢູ່​ໃນ​ນໍ້າ. ພຣະອົງ​ຈະ​ຖອນ​ຮາກ​ປະຊາຊົນ​ແຫ່ງ​ຊາດ​ອິດສະຣາເອນ​ອອກ​ແຕ່​ດິນແດນ​ອັນ​ດີ​ນີ້ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ; ແລະ​ພຣະອົງ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ເລີຍ​ຟາກ​ແມ່ນໍ້າ​ເອີຟຣັດ​ໄປ ຍ້ອນ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ ໂດຍ​ໄດ້​ສ້າງ​ຮູບເຄົາຣົບ​ຂອງ​ເຈົ້າແມ່​ອາເຊຣາ.


“ສັນລະເສີນ​ພຣະເຈົ້າຢາເວ ທີ່​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ທັງໝົດ ທີ່​ມີ​ໄວ້​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ສະນັ້ນ ແຜ່ນດິນ​ໂລກ​ນີ້ ຈຶ່ງ​ຖືກ​ສາບແຊ່ງ ໃຫ້​ສົມກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ ຄື​ໜ້ອຍຄົນ​ທີ່ສຸດ​ຈະ​ມີ​ຊີວິດ​ຢູ່.


ຊາວ​ບາບີໂລນ​ໄດ້​ສ້າງ​ເຄື່ອງ​ປິດລ້ອມ​ເພື່ອ​ຢຶດເອົາ​ເມືອງ ແລະ​ກໍ​ຈະ​ໂຈມຕີ​ເມືອງ. ເສິກ​ສົງຄາມ, ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ ຈະ​ເຮັດ​ໃຫ້​ເມືອງ​ນີ້​ຕົກ​ຢູ່​ໃນ​ກຳມື​ຂອງ​ພວກເຂົາ. ພຣະອົງ​ເຫັນ​ໄດ້​ວ່າ​ເຫດການ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ນັ້ນ​ຈະ​ກາຍເປັນຈິງ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ປະຊາຊົນ​ເຫຼົ່ານີ້​ສັນໃດ ເຮົາ​ກໍ​ຈະ​ນຳ​ສິ່ງ​ທີ່​ດີ​ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ມາ​ສູ່​ພວກເຂົາ​ສັນນັ້ນ.


ສະນັ້ນ ບັດນີ້​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ນຳ​ເອົາ​ການທຳລາຍ​ທັງໝົດ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ນັ້ນ ມາ​ສູ່​ປະຊາຊົນ​ຢູດາຍ ແລະ​ຊາວ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ເພາະ​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ ແລະ​ພວກເຈົ້າ​ບໍ່ໄດ້​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ.”’


ຖ້າ​ພວກເຈົ້າ​ໃຊ້​ຊີວິດ​ຕາມ​ກົດບັນຍັດ ແລະ​ຄຳສັ່ງ​ທັງຫລາຍ​ຂອງເຮົາ


ໂດຍ​ທີ່​ພວກເຂົາ​ໄດ້​ຫ້າມປາມ​ພວກເຮົາ ບໍ່​ໃຫ້​ກ່າວ​ແກ່​ຄົນຕ່າງຊາດ ເພື່ອ​ຄົນ​ເຫຼົ່ານັ້ນ​ຈະ​ພົ້ນ​ໄດ້ ເພື່ອ​ການ​ຜິດບາບ​ທີ່​ພວກເຂົາ​ເຮັດ​ມາ​ນັ້ນ ຈະ​ຄົບຖ້ວນ ແຕ່​ໃນ​ສຸດທ້າຍ ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ໄດ້​ຕົກ​ໃສ່​ພວກເຂົາ​ແລ້ວ.


ຕໍ່ມາ ຊາວ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າຢາເວ​ອີກ; ແລະ​ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຊາວ​ຟີລິດສະຕິນ​ປົກຄອງ​ພວກເຂົາ​ເປັນ​ເວລາ​ສີ່ສິບ​ປີ.


ຕໍ່ມາ ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ​ອີກ. ດ້ວຍເຫດນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ເຈົ້າ​ເອກໂລນ​ກະສັດ​ແຫ່ງ​ໂມອາບ ມີ​ກຳລັງ​ເຂັ້ມແຂງ​ກວ່າ​ມາ​ຕໍ່ສູ້​ຊາດ​ອິດສະຣາເອນ, ຍ້ອນວ່າ ພວກເຂົາ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ.


ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ ແລະ​ປ່ອຍ​ໃຫ້​ເຈົ້າ​ກູຊານ​ຣີຊາທາອີມ​ກະສັດ​ແຫ່ງ​ເມໂຊໂປຕາເມຍ ຊະນະ​ພວກເຂົາ. ຊາດ​ອິດສະຣາເອນ​ໄດ້​ຢູ່​ໃຕ້​ບັງຄັບ​ຂອງ​ເພິ່ນ​ເປັນ​ເວລາ​ແປດ​ປີ.


ມີ​ຄັ້ງໜຶ່ງ​ອີກ ປະຊາຊົນ​ອິດສະຣາເອນ​ໄດ້​ເຮັດ​ບາບ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ມີດີອານ​ປົກຄອງ​ພວກເຂົາ​ເປັນ​ເວລາ​ເຈັດ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka