Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 23:14 - ພຣະຄຳພີສັກສິ

14 ດຽວນີ້ ຂ້າພະເຈົ້າ​ກໍ​ປຽບດັ່ງ​ຕົ້ນໄມ້​ໃກ້​ຝັ່ງ. ພວກເຈົ້າ​ທຸກຄົນ​ກໍ​ຮູ້​ແກ່ໃຈ​ແລ້ວ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ. ພຣະອົງ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທຸກ​ຂໍ້​ແລ້ວ ໂດຍ​ບໍ່ໄດ້​ຝ່າຝືນ​ຂໍ້​ໃດໆ​ເລີຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 23:14
16 Jak'a apnaqawi uñst'ayäwi  

ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.


“ເວລາ​ແຫ່ງ​ຄວາມຕາຍ​ຂອງ​ພໍ່​ໄດ້​ມາ​ເຖິງ​ແລ້ວ ຈົ່ງ​ກ້າຫານ​ແລະ​ເດັດດ່ຽວ


“ສັນລະເສີນ​ພຣະເຈົ້າຢາເວ ທີ່​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ທັງໝົດ ທີ່​ມີ​ໄວ້​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ.


ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ກຳລັງ​ສົ່ງ​ຂ້ານ້ອຍ​ໄປ​ສູ່​ຄວາມຕາຍ ໄປ​ສູ່​ເຄາະກຳ​ທີ່​ຮັກສາ​ໄວ້​ສຳລັບ​ທຸກໆຄົນ​ນັ້ນ.


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ເຈົ້າ​ຈະ​ຢ້ານ​ຍ່າງ​ຂຶ້ນຄ້ອຍ ເຈົ້າ​ຈະ​ຍ່າງ​ໄປມາ​ບໍ່ໄດ້​ສະດວກ​ສະບາຍ ຜົມ​ຂອງ​ເຈົ້າ​ຈະ​ຫງອກ, ເຈົ້າ​ຈະ​ບໍ່​ວ່ອງໄວ​ດັ່ງ​ຕັກແຕນ ແລະ​ຕັນຫາ​ຂອງເຈົ້າ​ກໍ​ຈະ​ເສື່ອມ​ລົງ. ພວກເຮົາ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ຢູ່​ອັນ​ຖາວອນ ແລະ​ຕາມ​ຖະໜົນ​ຫົນທາງ​ກໍ​ຈະ​ມີ​ການ​ໄວ້ທຸກ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ເຮົາ​ໄດ້​ນຳ​ພວກເຂົາ​ໄປ​ສູ່​ດິນແດນ ຊຶ່ງ​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້. ເມື່ອ​ພວກເຂົາ​ໄດ້​ເຫັນ​ເນີນພູ​ສູງ ແລະ​ຕົ້ນໄມ້​ໃບຂຽວ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ສິ່ງ​ເຫຼົ່ານັ້ນ. ພວກເຂົາ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ດ້ວຍ​ເຄື່ອງບູຊາ​ຕ່າງໆ​ທີ່​ພວກເຂົາ​ໄດ້​ເຜົາ ແລະ​ດ້ວຍ​ເຫຼົ້າ​ອະງຸ່ນ​ທີ່​ພວກເຂົາ​ໄດ້​ເທ​ລົງ​ເປັນ​ເຄື່ອງບູຊາ.


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ຟ້າ​ແລະ​ດິນ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ


ໃນ​ຂະນະທີ່​ຊາມູເອນ​ເຕີບໃຫຍ່​ຂຶ້ນ​ນັ້ນ ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ລາວ ທັງ​ເຮັດ​ໃຫ້​ທຸກສິ່ງ​ທີ່​ຊາມູເອນ​ເວົ້າ​ນັ້ນ​ເປັນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka