12 ຖ້າພວກເຈົ້າບໍ່ສັດຊື່ແລະຮ່ວມມືກັບຊົນຊາດທັງຫລາຍ ທີ່ເຫຼືອຢູ່ກັບພວກເຈົ້າແລະແຕ່ງງານກັບພວກເຂົາ
ດ້ວຍເຫດນີ້ ຜູ້ຊາຍຈຶ່ງຈາກພໍ່ແມ່ຂອງຕົນ ແລະໄປຕິດພັນຢູ່ກັບເມຍຂອງຕົນ ແລະເຂົາທັງສອງກໍກາຍເປັນຄົນດຽວກັນ.
ແຕ່ເມື່ອເຫັນນາງງາມດືງດູດໃຈຫລາຍ ລາວຈຶ່ງຫລົງຮັກນາງ ແລະພະຍາຍາມໃຫ້ນາງຮັກຕົນຄືນ.
ເພິ່ນເອົາຍິງເຫຼົ່ານີ້ມາເປັນເມຍ ແມ່ນວ່າພຣະເຈົ້າຢາເວໄດ້ສັ່ງຊາວອິດສະຣາເອນບໍ່ໃຫ້ແຕ່ງງານກັບຍິງເຫຼົ່ານີ້ ເພາະພວກເຂົາຈະເຮັດໃຫ້ຊາວອິດສະຣາເອນສັດຊື່ຕໍ່ບັນດາພະອື່ນ.
ແລະເມື່ອເຖິງເວລາເພິ່ນເຖົ້າແກ່ແລ້ວ ພວກນາງກໍໄດ້ນຳພາເພິ່ນໄປຂາບໄຫວ້ບັນດາພະຕ່າງຊາດ. ເພິ່ນບໍ່ໄດ້ສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ດັ່ງກະສັດດາວິດພໍ່ຂອງເພິ່ນ.
ແຕ່ບັນດາຜູ້ທີ່ດຳເນີນຕາມທາງຄົດຂອງເຂົາ ພຣະເຈົ້າຢາເວກໍຈະຊົງລົງໂທດເຂົາ ພ້ອມກັບການກະທຳຊົ່ວຂອງເຂົາເອງ. ຂໍໃຫ້ຊົນຊາດອິດສະຣາເອນ ຈົ່ງມີແຕ່ຄວາມສຸກເທີ້ນ.
ຄຳເວົ້າຂອງພວກເຂົາຊົ່ວຊ້າເຕັມໄປດ້ວຍຄຳຕົວະ ບໍ່ເຮັດສິ່ງທີ່ສະຫລາດ ແລະບໍ່ເຮັດສິ່ງດີຕໍ່ໄປອີກ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຊົນຊາດບາບໜາເອີຍ ປະຊາຊົນທີ່ຈິດໃຈຊົ່ວຊ້າແລະຮ້າຍກາດ ເຊື້ອຊາດທີ່ເຮັດບາບ ເຊື້ອສາຍທີ່ຊົ່ວຊາມເອີຍ ພວກເຈົ້າໄດ້ປະຖິ້ມພຣະເຈົ້າຢາເວ ແລະຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.
ແຕ່ຖ້າຄົນຊອບທຳຜູ້ໜຶ່ງເຊົາເຮັດການດີ ແລະເລີ່ມເຮັດແຕ່ການຊົ່ວ ຄືເຮັດແຕ່ສິ່ງອັນໜ້າກຽດຊັງທີ່ຄົນຊົ່ວເຮັດ ລາວຈະມີຊີວິດຢູ່ບໍ? ບໍ່ແມ່ນດອກ ການດີທີ່ລາວໄດ້ເຮັດມານັ້ນ ຈະບໍ່ມີຜູ້ໃດລະນຶກເຖິງເລີຍ. ລາວຈະຕາຍ ເພາະຄວາມບໍ່ສັດຊື່ແລະການບາບທີ່ລາວໄດ້ເຮັດ.
ເຮົາຈະທຳລາຍພວກທີ່ໄດ້ຫັນໜີໄປຈາກເຮົາ ແລະບໍ່ຕິດຕາມພຣະເຈົ້າຢາເວອີກຕໍ່ໄປ ຄືພວກທີ່ບໍ່ມາຫາພຣະເຈົ້າຢາເວ ຫລືບໍ່ມາຂໍໃຫ້ເຮົານຳພາພວກເຂົາ.”
ແລ້ວມັນກໍອອກໄປນຳເອົາຜີຊົ່ວຮ້າຍເຈັດໂຕ ທີ່ໂຫດຫ້ຽມຮ້າຍກາດຍິ່ງກວ່າມັນອີກມາອາໄສຢູ່ທີ່ເຮືອນນັ້ນ, ໃນທີ່ສຸດ ບັ້ນປາຍຂອງຄົນນັ້ນ ກໍຈະຢູ່ໃນສະພາບທີ່ຊົ່ວລົງກວ່າຕອນຕົ້ນອີກ ນີ້ແຫຼະ ຄືສິ່ງທີ່ຈະເກີດຂຶ້ນກັບຄົນຊົ່ວໃນຍຸກນີ້.”
ດ້ວຍເຫດນີ້ ພວກທີ່ຕິດຕາມພຣະອົງຫລາຍຄົນຈຶ່ງທໍ້ຖອຍ ແລະບໍ່ໄປກັບພຣະອົງອີກ.
ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງທີ່ດີ
ຖ້າຂືນເຮັດ ຄວາມໂກດຮ້າຍຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະມາຕໍ່ສູ້ພວກເຈົ້າເໝືອນດັ່ງໄຟ ແລະຈະທຳລາຍພວກເຈົ້າໃຫ້ດັບສິ້ນໄປຈາກແຜ່ນດິນໂລກ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ສະຖິດຢູ່ກັບພວກເຈົ້າແມ່ນພຣະເຈົ້າຜູ້ຫວງແຫນ.
ຢ່າໄດ້ແຕ່ງງານກັບພວກເຂົາ ແລະຢ່າຍອມໃຫ້ລູກຫລານຂອງພວກເຈົ້າ ແຕ່ງງານກັບພວກເຂົາ
ເພາະພວກເຂົາຈະພາລູກຫລານຂອງພວກເຈົ້າຫັນໜີຈາກພຣະອົງ ແລະໄປຂາບໄຫວ້ພະອື່ນ. ຖ້າເລື່ອງເຊັ່ນນັ້ນເກີດຂຶ້ນ ພຣະເຈົ້າຢາເວຈະໂກດຮ້າຍພວກເຈົ້າ ແລະທຳລາຍພວກເຈົ້າໃນທັນທີ.
ແລ້ວຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຄວາມເຕັມໃຈ.
ຜູ້ໃດທີ່ເວົ້າວ່າ ຕົນຢູ່ໃນຄວາມສະຫວ່າງ ແຕ່ຍັງກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມມືດຈົນເຖິງດຽວນີ້.
ແຕ່ພໍ່ແມ່ໄດ້ຖາມລາວວ່າ, “ເປັນຫຍັງລູກຈຶ່ງຢາກໄປເອົາເມຍຊາວຟີລິດສະຕິນ ຄົນບໍ່ນັບຖືພຣະເຈົ້າ? ລູກຊອກຫາຜູ້ສາວໃນຕະກຸນຂອງເຮົາເອງ ໃນທ່າມກາງປະຊາຊົນຂອງພວກເຮົານີ້ບໍ່ໄດ້ຊັ້ນບໍ?” ແຕ່ແຊມຊັນຕອບພໍ່ວ່າ, “ລູກພໍໃຈນຳນາງແຕ່ຄົນດຽວ ໄປສູ່ຂໍນາງໃຫ້ລູກແດ່.”
ພວກເຂົາໄດ້ເອົາລູກສາວຂອງພວກນັ້ນມາເປັນເມຍ ແລະໄດ້ຍົກລູກສາວຂອງຕົນເອງໃຫ້ເປັນເມຍລູກຊາຍຂອງພວກນັ້ນ, ແລະຂາບໄຫວ້ບັນດາພະຂອງຊົນຊາດເຫຼົ່ານັ້ນ.